ເທສະການດອກງິ້ວບານທຸກຄັ້ງ ແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນຊາວເມືອງຕົ້ນເຜິ້ງ ກໍ່ຄືປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວ ແຂວງໃກ້ຄຽງ ລວມເຖິງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຊິ່ງການຈັດງານທຸກໆ ແມ່ນແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດ ດອນຊາວ ຕິດພັນກັບການທ່ອງທ່ຽວຄົບວົງຈອນຂອງເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ.
ອີກຢ່າງຫນຶ່ງ ເທສະການດອກງິ້ວບານ ຍັງຈັດຂຶ້ນເພື່ອຈຸດປະສົງ ສົ່ງເສີມຄວາມເປັນເອກະລັກດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແນໃສ່ເສີມຂະຫຍາຍຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ກໍ່ຄືພົນລະເມືອງຜູ້ອາໄສຢູ່ໃນເຂດນັ້ນ ແລະ ເມືອງຕົ້ນເຜິ້ງ ພ້ອມທັງເປັນການສົ່ງເສີມການຜະລິດ ແລະ ການແລກປ່ຽນສິນຄ້າໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນ.
ພາຍໃນງານທຸກຄັ້ງ ກໍ່ຈະປະກອບ ມີຫຼາຍກິດຈະກຳ ເຊັ່ນ: ງານຕະຫຼາດນັດວາງຂາຍສິນຄ້າ ຄັດເລືອກນາງງາມດອກງິ້ວບານ ປະຈຳປີ, ຍ່າງສະແດງເຄື່ອງນຸ່ງບັນດາເຜົ່າ ອັນໄດ້ເປັນສີສັນເຮັດໃຫ້ງານແຕ່ລະຄັງ ມີບັນຍາກາດຟົດຟື້ນມ່ວນຊື່ນ.
Editor: ຕະວັນ ແສງສະຫວັນ