ແຂວງ ບໍລິຄຳໄຊ ຈັດພິທີເປີດປີທ່ອງທ່ຽວລາວ 2018 ໃນວັນທີ 28 ທັນວາ 2017 ພ້ອມກັບການເປີດງານບຸນນະມັດສະການພະທາດພະບາດໂພນສັນ ຢູ່ເມືອງ ທ່າພະບາດ ປະຈຳປີ 2017 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງໆ ບໍລິຄຳໄຊ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ .
ທ່ານ ເຄນ ລໍມະນີ, ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ ທັງເປັນ ຄະນະຮັບຜິດຊອບຊີ້ນຳ ລະດັບແຂວງໃນການຈັດປີທ່ອງທ່ຽວລາວ 2018 ທີ່ແຂວງ ບໍລິຄຳໄຊ ກ່າວລາຍງານວ່າ: ການເປີດປີທ່ອງທ່ຽວລາວ 2018 ເປັນກິດຈະກຳສຳຄັນທີ່ສຸດ ເພາະເປັນການຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ກົດໝາຍລະບຽບຫລັກການຄຸ້ມຄອງ, ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວຢູ່ແຂວງ ບໍລິຄຳໄຊ ໃຫ້ມີຄວາມສາມາດຮອງຮັບນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ, ສ້າງຈິດສຳນຶກ ແລະ ຍົກສູງຄວາມຮູ້ຂອງສັງຄົມ ກໍຄື ຊາວແຂວງບໍລິຄຳໄຊ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານການທ່ອງທ່ຽວທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງເປັນການສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງໃຫ້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ. ແຂວງ ບໍລິຄຳໄຊ ຖືເອົາການທ່ອງທ່ຽວເປັນບຸລິມະລິດໜຶ່ງເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ກໍຄື ການສ້າງລາຍຮັບທົງກົງ ແລະ ທາງອ້ອມ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນແຂວງ ເຮັດໃຫ້ວຽກງານນີ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ການຈັດປີທ່ອງທ່ຽວລາວໃນຄັ້ງນີ້ ແມ່ນເປັນຄັ້ງທີ 3 ທີ່ແຂວງ ບໍລິຄຳໄຊ ຈັດຂຶ້ນ ຫລັງຈາກເຄີຍຈັດຂຶ້ນມາແລ້ວ 2 ຄັ້ງໃນປີ 1999-2000 ແລະ ປີ 2011-2012.
Editor: ແຂວງບໍລິຄຳໄຊ