ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ ທີ່ປະເທດລາວເຮົາ ແມ່ນມີຄວາມສວຍງາມ ແລະ ມີຢ່າງຫລວງຫລາຍ ບາງສະຖານທີ່ກໍ່ໄດ້ຖືກຄົນພົບແລ້ວ ແລະ ບາງສະຖານທີ່ຍັງບໍ່ທັນຄົນພົບເທື່ອ. ສໍາລັບສະຖານທີ່ນໍ້າຕົກຕາດ ເຊປ້ອງໄລ ທີ່ແຂວງອັດຕະປື ແມ່ນເປັນນໍ້າຕົກຕາດ ທີ່ມີຄວາມສວຍງາມ ຫລາຍທີ່ສຸດ ໃນອັນດັບຕົ້ນໆ ຂອງລາວ ເຊີ່ງໄດ້ຖືກຄົ້ນພົບ ເກືອບ 1 ປີ ມາແລ້ວ ແລະ ເປີດໃຫ້ນັກທ່ອງທ່ຽວ ມີໂອກາດໄດ້ເຂົ້າໄປສໍາຜັດດ້ວຍຕົວຈິງ.
ຕາດເຊປ້ອງໄລ່ ໄດ້ຖືກຂະຫນານນາມວ່າ ເປັນເພັດເມັດງາມ ທີ່ຢູ່ທ່າມກາງທໍາມພຊາດ ທີ່ສວນງາມ ແລະ ຍັງບໍ່ທັນໄດ້ຮັບການເຈລະໄນ ສະຖານທີ່ດັ່ງກາງ ແມ່ນຢູ່ໃນເຂດປ່າສະຫງວນແຫ່ງຊາດ ເຊປ່ຽນ ແຂວງອັດຕະປື. ລັກສະນະຂອງຕາດ ເປັນນໍ້າຕົກ ທີ່ສວຍງາມ ເປັນເອກະລັກ ແລະ ບໍ່ມີຕາດໃດງາມເຫມືອນ, ສາຍນໍ້າ ທີ່ຕົກລົງ ເປັນຜຶນແຜ່ນ ນວນຂາວ ງົດງາມສະກົດສາຍຕາ ແກ່ຜູ້ພົບເຫັນ ແລະ ກຸ່ມຄ່າ ກັບການເດີນທາງ ເຂົ້າມາໃນປ່າເລີກ ເພື່ອໃຫ້ເຫັນກັບຕາ ຕົວຈິງ.
ປະຈຸບັນ ນໍ້າຕົກຕາດດັ່ງກ່າວ ຍັງບໍ່ທັນໄດ້ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການເທື່ອ ແຕ່ເຊື່ແນ່ວ່າ ໃນອີກບໍ່ດົນນີ້ ກໍ່ຈະໄດ້ເປີດຢ່າງເປັນທາງການ, ລະດູການທີ່ນໍ້າຕົກຕາດສວຍງາມທີ່ສຸດ ໃນລະຫວ່າງ ເດືອນ ຕຸລາ - ກຸມພາ ສາຍນໍ້າມີປະລິມານຫລາຍ, ເຮັດໃຫ້ເພີ່ມຄວາມມີສະເຫນ່ ຂອງນໍ້າຕົກ ເປັນພິເສດ. ສະນັ້ນປີທ່ອງທ່ຽວລາວ 2018 ຈິ່ງຖືກເອົາໂອກາດນີ້ ໃຫ້ບັນດາທ່ານ ລວມເຖິງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫາໂອກາດໄປສໍາຜັດດ້ວຍຕາທ່ານເອງ ເຊື່ອແນ່ນອນວ່າ ທ່ານຈະບໍ່ຜິດຫວັງ, ເພັດເມັດງາມ ແຫ່ງປ່າເຂົາ.
Editor: ກຳປານາດ ລັດຖະເຮົ້າ