ສວນວັດທະນະທໍາຊຽງຄວນ ທີ່ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ແມ່ນເປັນອີກຫນຶ່ງສະຖານທີ່ ທ່ອງທ່ຽວ ທີ່ສໍາຄັນ ໃນຮູບແບບປະຫວັດສາດ ແລະ ວັດທະນະທໍາ ຂອງນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວຫລາຍຄົນ ທີ່ເດີນທາງມາຢ້ຽມຊົມ ນະຄອນຫລວງວຽງຈັນ ລ້ວນແຕ່ຈັດເຂົ້າໃນແຜນການທ່ອງທ່ຽວ. ໃນແຕ່ລະປີ ແມ່ນມີນັກທ່ອງທ່ຽວ ເດີນທາງໄປຢ້ຽມຢາມສວນວັດທະນະທໍາຊຽງຄວນ ເປັນຈໍານວນຫລວງຫລາຍ ຖືວ່າ ເປັນອີກສະຖານທີ່ທ່ອງທ່ຽວ ທີ່ຍັງໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ປະຈຸບັນສວນວັດທະນະທໍາ ຊຽງຄວນ ພວມໄດ້ຮັບການປັບປຸງ ໃນຫລາຍຫນ້າວຽກ ເພື່ອຮອງຮັບປີທ່ອງທ່ຽວລາວ 2018 ນີ້, ໃຫ້ມີຄວາມສະດວກສະບາຍ ແກ່ນັກທ່ອງທ່ຽວ ທີ່ເດີນທາງໄປທ່ຽວຊົມ, ໃນດ້ານຕ່າງໆ ເຊັ່ນ: ເດີນຈອດລົດ, ທາງຍ່າງ, ຮ້ານອາຫານ, ຮ້າຍຂາຍເຄື່ອງທີ່ລະນຶກ, ຫ້ອງນໍ້າ ແລະ ເດີນກິດຈະກໍາແຄມຂອງ ແລະ ອື່ນໆ. ເມື່ອບໍ່ດົນມານີ້ ທີມຂ່າວລາຍການ ໄດ້ລົງໄປສະຖານທີ່ຕົວຈີງ ເພື່ອເກັບກໍາຂໍ້ມູນໃນການພັດທະນາ ທີ່ສວນວັດທະນະທໍາຊຽງຄວນ ແລະ ໄດ້ພົບປະໂອ້ລົມ ກັບທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການ ບໍລິສັດທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈໍາກັດ, ທ່ານໄດ້ກ່າວ: ປະຈຸບັນແມ່ນພວມສຸມໃສ່ໃນຫລາຍຫນ້າວຽກ ໃນການພັດທະນາ ຫລັງຈາກໄດ້ຮັບການສໍາປະທານ ສະຖານທີ່ດັ່ງກ່າວ ຈາກເມືອງ ກໍ່ຄືນະຄອນຫລວງວຽງຈັນ. ການພັດທະນາຄືນໃຫມ່ ໃນຮູບແບບການສໍາປະທານ ໄລຍະ 30 ປີ, ດ້ວຍມູນຄ່າການລົງທຶນ ຫລາຍກວ່າ 5 ລ້ານຖດລ້າສະຫາລັດ ເຊີ່ງປະກອບດ້ວຍ 7 ຫນ້າວຽກ ເຊັ່ນ:
- ການກໍ່ສ້າງປະຕູໂຂງ ແລະ ກໍາແພງອ້ອມສວນ ທີ່ເປັນເອກະລັກທາງວັດທະນະທໍາ
- ປະຕິສັງຂອນພະພຸດທະຮູບ ແລະ ວັດຖຸບູຮານ ເພື່ອໃຫ້ຄົງຢູ່ ແລະ ສວຍງາມຕາມສະພາບເດີມ
- ປັບປຸງ ແລະ ກໍ່ສ້າງທາງຍ່າງພາຍໃນສວນ
- ກໍ່ສ້າງສວນສາທາລະນະ, ປູກຫຍ້າ ແລະ ຕົ້ນໄມ້ປະດັບປະດາ
- ສ້າງຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ, ເວທີການສະແດງ ແລະ ອື່ນໆ
- ກໍ່ສ້າງຫ້ອງນໍ້າ, ປັບປຸງສະຖານທີ່ຈອດລົດ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເຊິ່ງມາໃນປະຈຸບັນແມ່ນມີຫລາຍຫນ້າວຽກທີ່ສໍາເລັດແລ້ວ ແລະ ອີກຫລາຍຫນ້າວຽກພວມດໍາເນີນກໍ່ສ້າງ ພ້ອມທັງເປີດບໍລິການນັກທ່ອງທ່ຽວໄປພ້ອມໆກັນ.
ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ກ່າວຕື່ມວ່າ: ເພື່ອໃຫ້ທ່ວງທັນໃນການຮອງຮັບນັກທ່ອງທ່ຽວ ແລະ ແຂກທີ່ເດີນທາງມາທ່ຽວຊົມ ໃນປີ 2018 ນີ້ ຫລາຍກິດຈະກໍາແມ່ນມີຄວາມພ້ອມເຕັມທີ່ ມີການກວດກາ ຕິດຕາມການກໍ່ສ້າງເປັນໄລຍະ ເພື່ອໃຫ້ໄປຕາມແຜນການກໍານົດ, ແລະ ເຊື່ອແນ່ວ່າ ພາຍຫລັງການພັດທະນາ ສວນວັດທະນະທໍາຊຽງຄວນ ສໍາເລັດ ໃນທຸກຫນ້າວຽກ ແມ່ນຈະເພີ່ມຄວາມສວຍງາມ ແລະ ພຽບພ້ອມໃນດ້ານຕ່າງໆ ບັນດາສິ່ງອໍານວຍຄວາມສະດວກ ແກ່ນັກທ່ອງທ່ຽວ ແລະ ສິ່ງສໍາຄັນ ຍັງຈະເປັນການດຶງດຸດເອົານັກທ່ອງທ່ຽວ ໃຫ້ເດີນທາງເຂົ້າມາສະຖານທີ່ທ່ອງທ່ຽວແຫ່ງນີ້ ຫລາຍຂື້ນ ຢ່າງແນ່ນອນ.
Editor: ກຳປານາດ ລັດຖະເຮົ້າ