ງານປະກວດນາງສາວໝາກກ້ຽງຫວານ ຢູ່ເມືອງວັງວຽງ, ແຂວງວຽງຈັນ, ລວມມີ 30 ນາງສາວ ເຂົ້າຮ່ວມປະກວດ ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2017 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ມີທ່ານເຈົ້າເມືອງໆວັງວຽງ, ມີບັນດາທ່ານເຈົ້າເມືອງແລະຮອງເຈົ້າເມືອງ, ຫົວຫນ້າພະແນກ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍຄະນະນໍາຂັ້ນເມືອງ, ພໍ່ແມ່ປະຊາຊົນ ແລະ ແຂກ-ມວນຊົນ ເຂົ້າຮ່ວມຢ່າງຄຶກຄືນ.
ໃນພິທີ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ ຍັງໄດ້ໃຫ້ກຽດເປີດງານປະກວດນາງສາວໝາກກ້ຽງຫວານ ຂຶ້ນຢ່າງເປັນທາງການ. ໂດຍທ່ານຍັງກ່າວຕື່ມວ່າ ຈຸດປະສົ່ງກໍ່ເພື່ອເປັນການສົ່ງເສີມວຽກງານກະສິກຳຂອງເມືອງໃຫ້ມີຂະບວນຟົດຟື້ນ ແລະ ເພື່ອເປັນການດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມ ສປປລາວ ກໍ່ຄືເມືອງວັງວຽງໃຫ້ນັບມື້ຫລາຍຂື້ນ ໃນໂອກາດເປີດປີທ່ອງທ່ຽວລາວ ພັກ-ລັດຖະບານ ໄດ້ຈັດໃຫ້ມີຫລາຍກິດຈະກຳລວມມີກິດຈະກຳ ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງແນ່ໃສ່ບັນດາກິດຈະກໍາໃນການສົ່ງເສີມບຸນປະເພນີ ແລະ ເທດສະການຕ່າງໆ ຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານ ມີການເປີດຕະຫລາດນັດ, ກະສິກຳ ເປັນຕົ້ນແມ່ນໝາກກ້ຽງ ແລະ ການບໍລິການທາງດ້ານການທ່ອງທ່ຽວ ເຊັ່ນ: ກາຍັກ, ກົງເບັງ ແລະ ອື່ນໆ.
ຜ່ານການປະກວດ ແລະ ໃຫ້ຄະແນນ ຂອງຄະນະກໍາມະການຕາມມາດຖານ ປະກົດວ່າ ນາງ ນ້ຳທິບ ໄຊຍະລິນຄຳ ຜູ້ເຂົ້າປະກວດ ໝາຍເລກ 18 ໄດ້ອັນດັບໜຶ່ງຄອງຊະນະເລີດ ເປັນນາງສາວໝາກກ້ຽງຫວານ ພ້ອມກັບໄດ້ຮັບລາງວັນເງິນສົດ, ສາຍຊະພາຍ ແລະ ຂັນ 1 ໜ່ວຍ, ຮອງອັນດັບໜຶ່ງທັງ 4 ນາງສາວ ໄດ້ຮັບລາງວັນເງິນສົດ ພ້ອມສາຍຊະພາຍ ແລະ ຂັນ 1 ໜ່ວຍ. ຫລັງຈາກນັ້ນທ່ານຮອງເຈົ້າເມືອງໆວັງວຽງ ກໍ່ໄດ້ກ່າວປິດ ງານການປະກວດນາງສາວໝາກກ້ຽງຫວານ.
Editor: ກຳປານາດ ລັດຖະເຮົ້າ