ປີ 2018 ເປັນປີທີ່ມີຄວາມຫມາຍສໍາຄັນ ທາງດ້ານການທ່ອງທ່ຽວ ເພາະ ເປີດເປັນປີທ່ອງທ່ຽວລາວ 2018 ແນ່ນອນວ່າ ນັກທ່ອງທ່ຽວ ບໍ່ຫລາຍ ກໍ່ນ້ອຍ ຕ້ອງພາກັນຫລັງໄຫລ ເຂົ້າມາທ່ຽວປະເທດລາວ ຫລາຍຂື້ນ ຢ່າງແນ່ນອນ. ສະເພາະທີ່ນະຄອນຫລວງວຽງຈັນ ແມ່ນມີການກຽມພ້ອມໃນດ້ານຕ່າງໆ ນັບທັງ ການບໍລິການຕ່າງໆ, ໂຮງແຮມ-ເຮືອນພັກ, ຮ້ານອາຫານ, ລວມທັງການບໍລິການດ້ານການຂົນສົ່ງຂະແຫນງຕ່າງໆ. ເບື່ອງຂອງການປະດັບປະດາ ກໍ່ມີຄວາມຄຶກຄື້ນ ປົດສະເຕີ, ບອດແບນຕ່າງໆ ຕາມຖະຫນົນຫົນທາງ ແລະ ຈຸດສໍາຄັນຕ່າງໆ. ແຕ່ອີກສິ່ງຫນຶ່ງ ທີ່ທາງລາຍການ ຂໍຍິຍຍົກຂື້ນມາ ນັ້ນກໍ່ຄື ຈຸດລໍຖ້າລົດໂດຍສານ ສາທາລະນະ ໃນນະຄອນຫລວງວຽງຈັນ ເຊີ່ງປະຈຸບັນເຮົາມາສັງເກດໂດຍລວມແລ້ວ ແມ່ນບໍ່ໄດ້ມາດຕະຖານເລີຍ, ບາງບ່ອນຊໍາລຸດຊຸກໂຊມ ຕັ້ງນັ່ງກໍ່ບໍ່ມີ ໄວ້ໃຫ້ຜູ້ໂດຍສານນັ່ງ, ບາງບ່ອນແມ່ນຖືກປະຖີ້ມ ໃຫ້ເປື້ນເປີ, ຝຸ່ນ ແລະ ດີນ ເກາະເຕັມ. ນອກຈາກນັ້ນ ໂຄງສ້າງບາງຈຸດ ກໍ່ເປ້ເຟ ເສຍຫາຍ ເບີ່ງແລ້ວ ບໍ່ມີຄວາມຈົບງາມໃດເລີຍ, ຖ້າມາສັງເກດ ແລະ ສົມທຽບລວມແລ້ວ ສະຖານທີ່ດັ່ງກ່າວ ຕ້ອງໄດ້ຮັບການປັບປຸງ ໃຫ້ມີຄວາມຈົບງາມ ໃຫ້ສົມກັບນະຄອນຫລວງວຽງຈັນ ເມື່ອໄປທາງໃດ ກໍ່ຍາກໃຫ້ເຫັນແຕ່ສິ່ງງາມງາມ, ປີ 2018 ປີທ່ອງທ່ຽວລາວ ນັກທ່ອງທ່ຽວເດີນທາງເຂົ້າມາຢ້ຽມຢາມ ເດີນທາງໄປມາ ບາງຈຸດນັກທ່ອງທ່ຽວອາດລໍຖ້າລົດໂດຍສານແຄມທາງ ແຕ່ບ່ອນທີ່ລໍຖ້ານັ້້ນ ພັດບໍ່ເປັນຕານັ່ງ ກໍ່ອາດສົ່ງຜົນຕໍ່ພາບລັກ ໃນເບື້ອງລົບໄດ້, ສະນັ້ນເຮັດແນວໃດ ຈິ່ງຈະເຮັດໃຫ້ການເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018 ໄດ້ຮັບຄວາມປາບປື້ມຍິນດີ ແລະ ໄດ້ຮັບຄວາມຊື້ນຊົມຍ້ອງຍໍ ຈາກນັກທ່ອງທ່ຽວ ເຮົາຄົນລາວ ໃນນາມເປັນເຈົ້າພາບ ຕ້ອງໄດ້ເອົາໃຈໃສ່ໃນຫລາຍວຽກ ແລະ ເບີ່ງໃຫ້ທົ່ວເຖິງ. ນອກຈາກຈະມີຄວາມກ້ຽມພ້ອມໃນດ້ານອື່ນໆ ແຕ່ບາງວຽກ ກໍ່ບໍ່ຄວນເບີ່ງຂ້າມ.
ເມື່ອບໍ່ດົນຜ່ານມານີ້ ທາງພະແນກຕໍາຫລວດຈາລະຈອນ ນະຄອນຫລວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບອົງການໄຈກາ ຍັງໄດ້ມີການເປີດນໍາໃຊ້ລົດເມສາທາລະນະ ໄລຍະ 2 ເພື່ອໃຫ້ປະຊາຊົນຫັນມາຊົມໃຊ້ ລົດເມສາທາລະນະ ໃຫ້ຫລາຍຂື້ນ ຫລຸດຜ່ອນການສັນຈອນທີ່ແອອັດ ເຊີ່ງມັນສອດຄ່ອງກັບ ບ່ອນລໍຖ້າຜູ້ໂດຍສານ ໃນແຕ່ລະຈຸດ-ແຕ່ລະບ່ອນ ກໍ່ຄວນໄດ້ຮັບການປັບປຸງ ໃຫ້ດີ ມີຄຸນນະພາບ ແລະ ໄດ້ຮັບການເອົາໃຈໃສ່ ຢ່າງສະຫນໍາສະເຫມີ ຖ້າມາສັງລວມກ່ຽວກັບຄ່າໃຊ້ຈ່າຍ ໃນການກໍ່ສ້າງນັບແຕ່ຕົ້ນໆ ແມ່ນຖືວ່າຫລາຍສົມຄວນ ແລະ ນໍໃຂ້ງົບປະມານຫລາຍ ແຕ່ເມື່ອສ້າງລາຍ ຕ້ອງໄດ້ຮັບການເບີ່ງແຍງບົວລະບັດ ນໍາໃຊ້ໃຫ້ຍາວນານ ເມືອມີການຊໍາລຸດເສຍຫາຍ ກໍ່ຄວນໄດ້ຮັບການສ້ອມແປງ, ທັງນີ້ເພື່ອໃຫ້ສອດຄ່ອງກັບການສ້າງນະຄອນຫລວງວຽງຈັນ ໃຫ້ໄດ້ 6 ສໍ ບັນລຸໄດ້ໄປຕາມເປົ້າຫມາຍໃນອະນາຄົດ.
Editor: ກຳປານາດ ລັດຖະເຮົ້າ