ເພື່ອເປັນການກະກຽມ ໃຫ້ແກ່ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັນປີໃຫມ່ສາກົນ 2018 ທີ່ຈະມາເຖິງໃນມໍ່ໆນີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ມີບັນຍາກາດຟົດຟື້ນ-ມ່ວນຊື່ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຈົບງາມ ແລະ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ປີ 2018 ຫ້ອງວ່າການ ນະຄອນຫຼວງວຽງຈັນ ຈຶ່ງໄດ້ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຈັດງານດັ່ງກ່າວ. ໃຫ້ກຽດຖະແຫລງຂ່າວໃນໂອກາດດັ່ງກ່າວໂດຍແມ່ນ ທ່ານ ຄໍາປະດິດ ເຂັມມານິດ ຫົວຫນ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ເຂົ້າຮ່ວມມີ ທ່ານ ພູວົງ ວົງຄໍາຊາວ ຫົວຫນ້າ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະນັກງງານ, ບໍລິສັດ ແລະ ສື່ມວນຂົນເຂົ້າຮ່ວມ.
ທ່ານ ຄໍາປະດິດ ເຂັມມານິດ ໃຫ້ຮູ້ວ່າ: ສໍາລັບການກະກຽມ ຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2017 - ຕ້ອນຮັບປີໃຫມ່ 2018 ທີ່ຈະມາເຖິງນີ້ ໂດຍການຊີ້ນໍາຈາກ ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຈົ້າການສົມທົບກັບ ເມືອງຈັນທະບູລີ, ຫ້ອງການຄຸ້ມຄອງສວນເຈົ້າອານຸ ແລະ ພາກບໍລິສັດ ເປັນຜູ້ຕາງຫນ້າຮັບຜິດຊອບ, ເຊິງໃນງານຈະໄດ້ມີການຕົບແຕ່ງປະດັບປະດາເອ້ຍ້ອງ ດ້ວຍໄຟແສງສີ ທີ່ສວຍສົດງົດງາມ, ການສ້າງຈຸດແລນມາກທີ່ສວຍງາມເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໃຫ້ມາທ່ອງທ່ຽວ ແລະ ຖ່າຍຮູບ ສໍາລັບງານດັ່ງກ່າວໄດ້ໄດ້ເລີ່ມຈັດຂື້ນ ໃນວັນທີ 22 ຈົນເຖິງ ວັນທີ 31 ທັນວາ ພິເສດສໍາລັບຄໍ່າຄືນຂອງການນັບຖອຍຫລັງ ກໍ່ຄື: ໃນວັນທີ 31 ທັນວາ 2017 ແມ່ຈະມີການຈູດບັ້ງໄຟດອກ ທີ່ສວຍສັດງົດງາມ ທີ່ເດີ່ນຜາມໄຊ ສວນສາທາລະນາ ອານຸວົງ (ແຄມຂອງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມຕັ້ງແຕ່ງເວລາ 17:30 – 24:00 ໂມງ, ພໍ່ແມ່ປະຊາຊົນສາມາດເຂົ້າທ່ຽວຊົມງານໂດຍບໍ່ໄດ້ເສຍຄ່າ, ນອກນັ້ນ, ໃນແຕ່ລະຄໍ່າຄືນນັບຕັ້ງແຕ່ມືເປີດງານ ແມ່ນຈະມີກິດຈະກໍາຕ່າງໆ ເຊັ່ນ: ມີຮ້ານວາງສະແດງ ແລະ ຈໍາໜ່າຍສີນຄ້າ, ອາຫານ, ເຄື່ອງດື່ມ, ການສະແດງຄອນເສີດ, ການສະແດງຍ່າງແບບ, ເຕັ້ນ, ກິດຈະກໍາແຈກຂອງລາງວັນ, ສາຍວີດີໂອ ທິວທັດການທ່ອງທ່ຽວ ແລະ ນັບຖອຍຫລັງຄາວດາວ ພ້ອມກັບຈູດບັ້ງໄຟດອກທີ່ສວຍງາມ ແລະ ເປັນສັນຍາລັກກ້າວເຂົ້າສູ່ປີໃຫມ່ ສາກົນປີ 2018.
Editor: ກຳປານາດ ລັດຖະເຮົ້າ