ໃນວັນທີ 19 ທັນວາ 2017 ນີ້ ຢູ່ທີ່ບ້ານສົມສະຫວັນ, ເມືອງພຽງ, ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນປະເພນີຂອງເຜົ່າ ຄຶ: ເຜົ່າມົ້ງ, ເຜົ່າກືມມຸ, ເຜົ່າໄຕດຳ, ເຜົ່າລື້, ເຜົ່າອີ່ວມຽນຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມມີ ທ່ານນາງ ບຸນພັກ ອິນທະປັນຍາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການພັກເມືອງ, ເຈົ້າເມືອງ ຮອງເຈົ້າເມືອງ, ບັນດາຫົວໜ້າພະແນກການ, ອົງການ,ກົມກອງ, ທະຫານ-ຕໍາຫຼວດ ບັນດາເມືອງ ພາຍໃນແຂວງ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ-ເຍົາວະຊົນ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດ ພໍ່ແມ່ປະຊາຊົນ 30 ບ້ານ, ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານນາງ ແສງອາພອນ ແກ້ວບົວໂຮມ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆພຽງ ໄດ້ຂື້ນລາຍງານການກະກຽມຈັດງານບຸນປະເພນີຂອງເຜົ່າຕ່າງໆທີ່ມີຮີດຄອງປະເພນີ ອັນດີງາມຂອງເຜົ່າກໍ່ຄຶຂອງຊາດ. ໃນພິທີອັນມີຄວາມໝາຍ ຄວາມສຳຄັນໃນຄັ້ງນີ້ ທ່ານ ບຸດສະບົງ ຈະເລີນຜົນ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງພຽງ ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງບຸນປະເພນີຂອງເຜົ່າແມ່ນເປັນປີທຳອິດທີ່ໄດ້ເອົາບັນດາເຜົ່າມາຮ່ວມບຸນປະເພນີຕາມໂຄງການດຳເນີນງານຂອງຄະນະບໍລິຫານງານພັກເມືອງພຽງ. ຕິດພັນກັບແຜນຍຸດທະສາດຂອງເມືອງທີ່ວ່າ: ເມືອງພຽງເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງການບໍລິການທາງຜ່ານທ່ອງທ່ຽວທຳມະຊາດແລະວັດທະນະທຳອັນດີງາມຂອງຊາດກໍ່ຄືຂອງເຜົ່າໃຫ້ຍືນຍົງຕະຫຼອດໄປ.
ຕອນທ້າຍພິທີ ທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ກຽດລັ່ນຄ້ອງ 9 ບາດ ແລະ ປ່ອຍໝາກປຸມເປົ້າເປີດງານຢ່າງເປັນທາງການ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ ຊົມການສະແດງສີ້ນລະປະວັນນະຄະດີຂອງແຕ່ລະເຜົ່າ ,ພ້ອມທັງທ່ຽວຊົມຕະຫຼາດນັດ, ສີີນຄ້າກະສິກໍາ, ຫັດຖະກໍາ, ທ່ຽວຊົມວັດທະນະທຳຮີດຄອງປະເພນີຂອງເຜົ່າຕື່ມອີກ. ເຊີ່ງການຈັດງານສະເຫຼີມສະຫຼອງບຸນປະເພນີຂອງເຜົ່າຢູ່ເມືອງພຽງ, ແຂວງໄຊຍະບູລີ ໃນຄັ້ງນີ້ກໍ່ ເພື່ອເປັນການຕ້ອນຮັບການເປີດປີທ່ອງທ່ຽວລາວ 2018.
Editor: ກຳປານາດ ລັດຖະເຮົ້າ