ຖໍ້າ ທີ່ຄົນພົບໃຫມ່ ເມື່ອບໍ່ດົນມານີ້ ມີຊື່ວ່າ: ຖໍ້າຜາກ້າ ຕັ້ງໃນເຂດບ້ານນໍ້າເຟື້ອງ, ເມືອງແມດ ແຂວງວຽງຈັນ ເປັນຖໍ້າທີ່ມີຄວາມສວຍງາມ ທາງດ້ານທໍາມະຊາດ, ມີສາຍນໍ້າໄຫລຜ່ານ ສະຸານທີ່ດັ່ງກ່າວ ຫ່າງຈາກເທດສະບານເມືອງ 33 ກິໂລແມັດ. ພາຍໃນຖໍ້າມີຄວາມສວຍງາມດ້ວຍຫິນງອກ-ຫີນຍ້ອຍ ຄ້າຍຄຶກັບຖໍ້າກອງລໍ ທີ່ແຂວງຄໍາມ່ວນ.
ຖໍ້າຜາກ້າ ທີ່ຖືກຄົນພົບໃຫມ່ນີ້ ເປັນຜາຫິນປູນ ທີ່ມີພູ 3 ຫນ່ວຍຕິດຈອດກັນ ຢາວຢຽດ ເປັນຫລຶບ-ເປັນຊັ້ນ ພ້ອມທັງມີປ່າໄມ້ຕຶບຫນ້າ, ທໍາມະຊາດອ້ອມຮອບມີຄວາມສວຍງາມ, ມີແມ່ນໍ້າເຟື້ອງໄຫລລອດ ຍາວປະມານ 5 ກິໂລແມັດ ການເດີນທາງ ໄປທ່ຽວຊົມຖໍ້າດັ່ງກ່າວ ແມ່ນໄດ້ເດີນທາງທາງເຮືອ ຈີ່ງຈະໄປເຖິງໄດ້ ຕະຫລອດສາຍທາງການເດີນທາງ ຍັງຈະໄດ້ສໍາຜັດທໍາມະຊາດ ລຽບສາຍນໍ້າເຟື້ອງ.
Editor: ກຳປານາດ ລັດຖະເຮົ້າ