ງານສູດຫນັງສືພະໄຕ ນັບວ່າເປັນງານບຸນໃຫຍ່ ທີ່ມີຄວາມສໍາຄັນຕໍ່ຊາວພຸດໃນທົ່ວໂລກ ຫລື ບັນດາປະເທດທີ່ຖືພະພຸດທະສາສະຫນາ ເຊີ່ງງານດັ່ງກ່າວ ໄດ້ເລີ່ມຈັດຂື້ນມາ 10 ກວ່າປີແລ້ວ, ສໍາລັບປີ 2017 ນີ້ ແມ່ນເປັນຄັ້ງທີ 13 ຈັດຂື້ນທີ່ກ້ອງຕົ້ນສີມະຫາໂພ ( ສະຖານທີ່ພະພຸດທະເຈົ້າຕັດສະຮູ້ ເປັນອົງສໍາມາສໍາພຸດທະເຈົ້າ ) ເມືອງຄະຍາ,ລັດພິຫານ, ປະເທດອິນເດຍ. ແລະ ໃນແຕ່ລະປີ ຄະນະຊາວພຸດລາວ ກໍ່ຄືອົງການພຸດທະສາສະຫນາສໍາພັນລາວ ແມ່ນໄດ້ເຂົ້າຮ່ວມ ເປັນປະຈໍາ ບໍ່ໄດ້ຂາດ ເຊີ່ງປີນີ້ ຄະນະພະສົງລາວ ອົງການພຸດທະສາສະຫນາສໍາພັນລາວ ລວມທັງອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍອອກຕົນຍາດໂຍມຄົນລາວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນໄດ້ພ້ອມກັນເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ.
ໃນແຕ່ລະປີ ງານສູດຫນັງສືພະໄຕປີດົກ ນານາຊາດ ແມ່ນໄດ້ມີການຜັດປ່ຽນການເປັນເຈົ້າພາບ ແລະ ເຈົ້າພາບຮ່ວມກັນ ຕາມການຕົກລົງຂອງຄະນະກໍາມະການຮັບຜິດຊອບ, ສໍາລັບປີ 2017 ນີ້ ແມ່ນ ຣາດຊະອານາຈັກໄທ ໄດ້ເປັນເຈົ້າພາບງານ, ແລະ ໃນພິທີ ດັ່ງກ່າວ ເຂົ້າຮ່ວມແມ່ນປະກອບດ້ວຍ 11 ພາກສ່ວນ ຄື: ປະເທດບັງກາລາເທດ, ປະເທດກໍາປູເຈຍ, ອິນເດຍ, ອິນໂດຍເນເຊຍ, ມຽນມ້າ, ສປປ ລາວ, ປະເທດສີລັງກາ, ປະເທດຫວຽດນາມ, ປະເທດໄທ. ພ້ອມນີ້ຍັງມີ ພາກສ່ວນພິນ້ອງຄົນລາວ-ເຊື້ອຊາດລາວ ຈາກຕ່າງປະເທດ ແລະ ພາກສ່ວນນານາຊາດ ທີ່ຖືສາດສະຫນາພຸດ. ເຂົ້າຮ່ວມອີກດ້ວຍ.
ໃນພິທີ ແມ່ນໄດ້ມີການແຮ່ ຫນັງສືພະໄຕປິດົກ ໃນແຕ່ລະຂະບວນ ຂອງແຕ່ລະປະເທດ ເຂົ້າສູ່ພຸດທະມົນທົນ ພຸດທະຄະຍາ ຊິ່ງເປັນສະຖານທີ່ຈັດງານ, ເຊີ່ງແຕ່ລະຂະບວນແມ່ນໄດ້ມີການຕົບແຕ່ປະດັບປະດາເອ້ຍ້ອງ ຢ່າງສວຍງາມ, ລວມທັງການນຸ່ງຖືທີ່ເປັນເອກະລັກຂອງແຕ່ລະປະເທດ.
ສໍາລັບ ສປປ ລາວ ໃນຂະບວນແຫ່ພະໄຕປີດົກ ຄັ້ງນີ້ ເຂົ້າຮ່ວມຂະບວນມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສຸທໍາ ສາກົນນິຍົມ ເອກອັກຄະລັດຖະທູດລາວ ປະຈໍາ ປະເທດອິນເດຍ ແລະ ຝ່າຍສົງ ມີພະອາຈານໃຫຍ່ ຄໍາມາ ປັນຍາວິຈິດ ຮອງປະທານສູນກາງອົງການພຸດທະສາສະຫນາສໍາພັນລາວ ພ້ອມດ້ວຍຄະນະພະສົງຈາກວັດລາວ ພຸດທະຄະຍາ ແລະ ວັດລາວແຫ່ງຕ່າງໆ ໃນ ສປປ ລາວ ພ້ອມກັນຍັງມີ ຄະນະສະແຫວງບຸນຄົນລາວ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເມື່ອເວົ້າເຖິງ ພຸດທະຄະຍາ ແມ່ນເປັນສະຖານທີ່ສັກສິດ 1 ໃນ 4 ສະຖານທີ່ສໍາຄັນທາງພຸດທະສາສະຫນາ ( 4 ສັງເວ ສະຖານ ) ເປັນບ່ອນທີ່ພະພຸດທະເຈົ້າຕັດສະຮູ້ ທີ່ກ້ອງຕົ້ນສີມະຫາໂພ ເຊີ່ງສະຖານທີ່ດັ່ງກ່າວ ເອີ້ນວ່າ: ( ພຸດທະຄະຍາ ) ສະຖານທີ່ດັ່ງກ່າວນັບໄດ້ວ່າ ເປັນສະຖານທີ່ສັກສິດ ແກ່ຊາວພຸດໃນທົ່ວໂລກ ກາຍເປັນສູນລວມທາງດ້ານຈິດໃຈ ໃນການມາສະແຫວງບຸນ ຂອງຜູ້ຄົນໃນທົ່ວໂລກ ໃນທຸກໆປີ. ພຸດທະຄະຍາ ຍັງໄດ້ຮັບຮອງເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ຈາກອົງການສະຫະປະຊາຊາດ ອຸຍເນັສໂກ.
Editor: ກຳປານາດ ລັດຖະເຮົ້າ