ເປັນປະເພນີຂອງທຸກໆປີ ທີ່ເມືອງວຽງໄຊ ໄດ້ຈັດງານບຸນວັດທະນະທໍາບັນດາເຜົ່າຂື້ນ ເພື່ອສຶບທອດຮິດຄອງ ແລະ ວັດທະນະທໍາອັນດີງາມ. ແລະ ເມື່ອບໍ່ດົນມານີ້ ທີ່ເມືອງວຽງໄຊ, ແຂວງຫົວພັນ ແມ່ນໄດ້ເປີດງານບຸນຊົນເຜົ່າຂື້ນ ພ້ອມທັງມອບ-ຮັບ ຖໍ້າແຫ່ງໃຫມ່ ຂື້ນຢ່າງເປັນທາງການ, ງານດັ່ງກ່າວ ໂດຍໄດ້ຮັບກຍດເຂົ້າຮ່ວມຂອງການນໍາຈາກສູນກາງ, ມີການນໍາແຂວງ ແລະ ເມືອງ ລວມທັງຄະນະນໍາຂັນຕ່າງໆ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ ຢ່າງພ້ອມພຽງ
ໃນພິທີດັ່ງກ່າວ ຍັງໄດ້ມີພິທີມອບ-ຮັບ ຫໍມູນເຊື້ອ ຖໍ້າແນວລາວສ້າງຊາດ, ແລະ ຍັງມີການຈັດຕັ້ງເຮັດກອງບຸນ-ກອງທ່ານ ເພື່ອອຸທິດບຸນກຸສົນແກ່ອາດິດການນໍາສະໄຫມກ່ອນ ທີ່ລວງລັບໄປ, ການງານຈັດງານບຸນຊົນເຜົ່າ ທີ່ເມືອງວຽງໄຊ ແມ່ນໄດ້ຈັດຂື້ນເປັນເວລາ 3 ວັນ 15-17 ທັນວາ ຜ່ານມາ ເຊີ່ງໃນແຕ່ລະວັນ ແມ່ນມີກິດຈະກໍາ ຂອງຊົນເຜົ່າ ໂດຍສະເພາະການສະແດງສິລະປະ ບົດຟ້ອນ, ຮ້ອງ ແລະ ຊັບລໍາ ທີ່ເປັນເອກະລັກ ວັດທະນະທໍາຂອງເຜົ່າ ເຊີ່ງສະແດງໃຫ້ເຫັນຄວາມຮັກແພງ-ສາມັກຄີປອງດອງ ວີຖີຊີວິດ ແລະ ວັດທະນະທໍາ ທີ່ເປັນເອກະລັກ ອັນດີງາມ ຂອງເຜົ່າ ກໍ່ຄືຂອງຊາດ.
Editor: ກຳປານາດ ລັດຖະເຮົ້າ