ເພື່ອເປັນການສ້າງຂະບວນການ ຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ມີຄວາມຄຶກຄື້ນໃນຫລາຍຮູບແບບ-ຫລາຍກິດຈະກໍາ ທີ່ເປັນສີສັນທາງດ້ານວັດທະນະທໍາ ຕິດພັນກັບການທ່ອງທ່ຽວທາງທໍາມະຊາດ ທີ່ສວນງາມ ດັ່ງນັ້ນ ສວນພຶກສາ ໃນປີນີ້ ໄດ້ຈັດໃຫ້ມີງານບຸນກິນຈຽງ ຊົນເຜົ່າມົ້ງຂື້ນ ທີ່ສວນພຶກສາ, ບ້ານດ່ານຊີ, ເມືອງນາຊາຍທອງ ເຊີ່ງໄດ້ເລີ່ມມາແຕ່ວັນທີ 14 ທັນວາ ໄປຈົນເຖິງ ວັນທີ 20 ທັນວາ 2017. ພິເສດ ໃນວັນທີ 17 ທັນວາ 2017 ຜ່ານມາ ແມ່ນໄດ້ມີພິທີເປີດງານ ຢ່າງເປັນທາງການ ໂດຍໄດ້ຮັບກຽດ ເຂົ້າຮ່ວມໃນພິທີເປີດງານບຸນ ດັ່ງກ່າວ ມີ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອງຫລວງວຽງຈັນ, ທ່ານ ປະລິນຍາເອກ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສູນກາງແນວລາວສ້າງຊາດ. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາການນໍາຂັນຕ່າງໆ, ເຈົ້າເມືອງ, ພະແນກການ, ທຸຕານຸທູດ ແລະ ພາກສ່ວນແຂກທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ,
ການຈັດງານເທດສະການດອກໄມ້ ແລະ ງານບຸນກິນຈຽງເຜົ່າມົ້ງ ຢູ່ທີ່ສວນພຶກສາ ຄັ້ງນີ້ ແມ່ນເປັນປີທໍາອິດ ເພື່ອເຮັດໃຫ້ກິດຈະກໍາຕ້ອນຮັບປີທ່ອງທ່ຽວລາວ ໄດ້ມີຄວາມຄຶກຄື້ນ ແຕ່ຕົ້ນປີ ພ້ອມກັນນັ້ນ ຍັງເປັນການສະເຫລີມສະຫລອງບຸນກິນຈຽງ ຫລື ປີໃຫມ່ ຂອງຊົນເຜົ່າມົ້ງ, ເປັນການສົ່ງເສີມອະນຸລັກວັດທະນະທໍາອັນດີງາມຂອງຊາດໄວ້, ພ້ອມກັນນັ້ນ ຍັງເປັນການສ້າງຄວາມສາມັກຄີປອງດວງຊອງບັນດາເຜົ່າ ໃນການຮ່ວມເຮັດກິດຈະກໍານໍາກັນ ແລະ ສິ່ງສໍາຄັນ ເປັນການສົ່ງເສີມການທ່ອງທ່ຽວລາວ ປີ 2018.
ໂອກາດ ທີ່ມີຄວາມຫມາຍສໍາຄັນ ທ່ານເຈົ້າຄອງ ນະຄອນຫລວງວຽງຈັນ, ພ້ອມດ້ວຍທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ, ກະຊວງ, ທ່ານຮອງລັດຖະມົນຕີ ກະຊວງ ຖວທ ແລະ ທ່ານເຈົ້າເມືອງ ລວມທັງທ່ານ ປະທານ ສວນພຶກສາ ແລະ ຄະນະຮັບຜິດຊອບງານໃນແຕ່ລະຂັ້ນ ໄດ້ພ້ອມກັນຕັດແຖບຜ້າ ເປີດງານ ຢ່່າງເປັນທາງການ. ພ້ອມກັນນີ້ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ຍັງໄດ້ໃຫ້ກຽດ ເປັນປະທານລັ່ນຄ້ອງ 9 ບາດ ເພື່ອຄວາມສິລິມຸງຄຸນ.
ຫລັງຈາກນັ້ນ ແມ່ນໄດ້ຮັບຊົມການຟ້ອນສະແດງສິລະປະ ຂອງຊົນເຜົ່າ, ຮ້ອງເພງ ແລະ ຂັບຊົນເຜົ່າ. ການສະແດງເດີນແບບສາວເຜົ່າມົ້ງ, ນາງສາວກະສິກອນ ແລະ ນາຍແບບຈາກຫລາຍພາກສ່ວນ ໃນໂຄງການຕ່າງໆ. ຄຽງຄູ່ກັນໄປຍັງມີ ການຊົມກິລາຊົນງົວ, ການຮ່ວມກິດຈະກໍາ ຟຍນຫມາກຄອນ, ເລາະຊົມຄວາມສວຍງາມ ຂອງດອກໄມ້ ພາຍໃນສວນພຶກສາ. ການຈັດງານເທດສະການດອກໄມ້ລາວ ແລະ ງານບຸນກິນຈຽງເຜົ່າມົ້ງ ໃນແຕ່ລະວັນ ແມ່ນປະກອບດ້ວຍຫລາຍກິດຈະກໍາທີ່ຫນ້າສົນໃຈ ເຊັ່ນ: ການສະແດງສິລະປະ-ວັນນະຄະດີ, ການແຂ່ງຂັນຊົນງົວ, ການຫລີ້ນກິລາພື້ນເມືອງ, ຕີຫມາກຄ່າງ, ຕີຫມາກຄອນ, ຍິງຫນ້າເກັກ, ນອກຈາກນັ້ນ ຍັງມີ ກິລາຕ່າງໆ ເປັນຕົ້ນແມ່ນກິລາເຕະບານ, ຕິບູນ, ມີການວາງສະແດງສິນຄ້າໂອດອບ, ສິນຄ້າເຜົ່າມົ້ງ ງານດັ່ງກ່າວ ແມ່ນໄດ້ດໍາເນີນໄປຈົນເຖິງວັນທີ 20 ທັນວາ 2017 ທີ່ສວນພຶກສາ, ບ້ານດ່ານຊີ, ເມືອງນາຊາຍທອງ.
Editor: ກຳປານາດ ລັດຖະເຮົ້າ