ທ່ານ ນາງ ອິນຄຳ ພັນດາລາ, ເຈົ້າເມືອງໂພນໂຮງ, ແຂວງວຽງຈັນ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກິດຈະກໍາ ຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂລບິ້ກ ທີ່ຈັດຂື້ນໃນຕອນເຊົ້າຂອງວັນທີ 18 ທັນວາ 2017 ນີ້ ທີ່ໂຮງຮຽນ ມສ ຫລັກ 52 (ຫ້າສິບສອງ) ໂດຍມີມວນຊົນ ພະນັກງານ, ທະຫານ, ຕໍາຫລວດ, ພໍ່ແມ່ປະຊາຊົນ ພາຍໃນເມືອງ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຫລວງຫລາຍ.
ການຍ່າງເພື່ອສຸຂະພາບ ທີ່ຈັດຂື້ນໃນຄັ້ງນີ້ ແມ່ນຍ່າງຈາກໂຮງຮຽນ ມສ ຫລັກ 52 (ຫ້າສິບສອງ) ໄປຫາ ໂຮງຮຽນ ປະຖົມສົມບູນບ້ານໂພນຄຳ ແລ້ວມີການຈັດກິດຈະກຳເຕັ້ນແອໂລບິ້ກ ຢູ່ໂຮງຮຽນດັ່ງກ່າວ. ການຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂລບິ້ກ ກໍ່ແມ່ນຫນຶ່ງໃນບັນດາກິດຈະກຳຕ່າງໆ ທີ່ແຂວງວຽງຈັນ ໄດ້ກະກຽມສ້າງຂະບວນການ ສະເຫລີມສະຫລອງ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ຂອງແຂວງວຽງຈັນ ທີ່ຈະມີພິທີເປີດຂື້ນຢ່າງເປັນທາງການໃນວັນທີ 20 ທັນວາ 2017 ທີ່ຈະມາເຖິງໃນມໍ່ໆນີ້ ຊຶ່ງຈະໄດ້ເປີດຂື້ນພ້ອມໆກັນກັບງານບຸນປະເພນີບຸນກິນຈຽງ ຂອງພີ່ນ້ອງເຜົ່າມົ້ງ ບ້ານຫລັກ 52, ເມືອງໂພນໂຮງ, ແຂວງວຽງຈັນ.
ແຂວງວຽງຈັນ, ກໍ່ເປັນອີກແຂວງຫນຶ່ງ ທີ່ມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າໄປຢ້ຽມຢາມເປັນອັນດັບຕົ້ນໆຂອງປະເທດລາວ ເປັນຕົ້ນແມ່ນ ເມືອງວັງວຽງ, ເມືອງແກ້ວອຸດົມ, ເມືອງໂພນໂຮງ ແລະ ເມືອງອື່ນໆ ຊຶ່ງເຮັດໃຫ້ປະຊາຊົນໃນຂົງເຂດມີລາຍຮັບ ແລະ ເສດຖະກິດຂອງແຂວງມີການເຕີບໃຫຍ່ຂະຫຍາຍຕົວຂື້ນເປັນກ້າວໆ.
Editor: ຕະວັນ ແສງສະຫວັນ