ວັນທີ 12 ທັນວາ 2017 ຜ່ານມາ ຢູ່ຫ້ອງວາງສະແດງສະຖາບັນວິຈິດສິນແຫ່ງຊາດ ໄດ້ມີງານວາງສະແດງສິລະປະຮູບພາບຂອງສິນລະປິນລາວ ເພື່ອນຳສະເໜີວັດທະນະທຳອັນເກົ່າແກ່ ແລະ ການດຳລົງຊີວິດ ຂອງຄົນລາວແບບດັ້ງເດີມທີ່ຫາເບີ່ງໄດ້ຢາກ, ຜົນງານສິນລະປະຮູບແຕ້ມທີນຳມາວາງສະແດງໃນຄັ້ງນີ້ ມີທັງໜົດ 46 ຜົນງານ ໂດຍແມ່ນຜົນງານຂອງສອງສິນລະປິນລາວ ທີມີຊື່ວ່າ: ນາງ ເມລິສາ ດາລາສະຫວັດ ແລະ ທ່ານ ສິວິໄລ ສຸວັນນະສິງ ໃຫ້ກຽດເຂົ້າຮ່ວມເປີດງານໂດຍ ທ່ານ ປອ ໄມສິງ ຈັນບຸດີ ປະທານສະມາຄົມວິຈິດສິນລາວ, ຜູ້ອໍານວຍການສະຖາບັນວິຈິດສິນແຫ່ງຊາດ, ພ້ອມດຽວບັນດາສິນລະປິນລຸ່ນເກົ່າ ແລະ ໃໜ່, ບັນດາແຂກທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນຫລາຍ
ນາງ ເມລິສາ ດາລາສະຫວັດ ໄດ້ເວົ້າວ່າ: ຜົນງານທີໄດ້ນໍາມາວາງສະແດງໃນຄັ້ງນີ້ ທັງໜົດ 19 ຜົນງານ, ທີມີທັງຂະໜາດໃຫ່ຍ ແລະ ຂະຫນາດນ້ອຍ ຜົນງານດັງກ່າວແມ່ນຊື່ເຖິ່ງວັດທະນະທຳຂອງແຕ່ລະຊົນເຜົ່າ ຜົນງານທີ່ໃດສ້າງຂຶ້ນມານີ້ສາງອອກມາຈາກປະສົບການຈິງທີ່ຕົນເອງເຄີຍໄປສຳຜັດມາແລ້ວ, ຈຶ່ງເຮັດໃຫ້ມີຄວາມຮູ້ສືກຢາກຈະຖ່າຍທອດອອກມາເປັນງານສິນລະປະເພື່ອໃຫ້ຜົນຄົນໃດ້ເຫັນເປັນຕົ້ນແມ່ນຊາວຕ່າງຊາດໄດ້ເຫັນວ່າບ້ານເຮົາມີສິ່ງນີ້. ສ່ວນ ທ່ານ ສີວິໄລ ສຸວັນນະສິງ ເວົ້າວ່າ ຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ມີທັງໜົດມີ 27 ຜົນງານ ເຊິງຜົນງານຄັ້ງນີ້ແມ່ນໄດ້ຜ່ານການກະກຽມມາດົນເຖິງ 2 ປີກວ່າ ແລະ ຜົນງານແມ່ນຢາກຈະສື່ເຖິງວັດທະນະທໍາຂອງລາວ.ການດຳລົງຊີວິດຢູ່ໃນລາວແບບເກົ່າແກ່ ມານຳສະເໜີ ເພື່ອໃຫ້ແຂກຄົກໄດ້ເຫັນວາຊົນເຜົ່າຢູ່ພາກໃຕ້ແຕ່ກ່ອນເພີນດຳລົງຊີວິດຢູ່ແນວໃດໃນເວລາກາງຄືນ ເຊັ່ນ: ການເຂັນຝ້າຍ ໃຕ້ຕະກຽງໂດຍຈະມີບ່າວ-ສາວມາຢູ່ຮ່ວມກັນ, ຖືເປັນປະເພນີອັນເກົ່າແກ່ທີ່ຢາກຈະສື່ໃຫ້ຜູ້ຄົນຍຸກນີ້ໄດ້ເຫັນ ແລະ ຖືເປັນຄວາມຊົງຈຳອັນສວຍງາມ ແລະ ວັດທະນະທຳທີໜ້າຈົດຈຳ.
ສໍາລັບງານວາງສະແດງດັ່ງກ່າວແມ່ນເລີມມາແຕ່ ວັນທີ 12 ທັນວາ ຈະດໍາເນີນໄປເຖິງ 30 ທັນວາ 2017 ນີ້ ທີ່ຫ້ອງວາງສະແດງສະຖາບັນວິຈິດສິນແຫ່ງຊາດ ( ຄຸ້ມອານຸ ) ທ່ານໃດສົນໃຈ ສາມາດໄປຊົມໄດ້ ໂດຍບໍໄດ້ເສຍຄ່າໃດເລີຍ.
Editor: ກຳປານາດ ລັດຖະເຮົ້າ