ລະດູນີ້ ເປັນລະດູການທີ່ຫນ້າທ່ອງທ່ຽວຫລາຍທີ່ສຸດ, ເພາະນອກຈະມີອາກາດດີແລ້ວ ທິວທັດທໍາມະຊາດ ຍັງສວຍງາມອີກດ້ວຍ ໂດຍສະເພາະ ທະເລຫມອກ ທາງພາກເຫນືອ, ນັກທ່ອງທ່ຽວສ່ວນໃຫຍ່ ນິຍົມເດີນທາງໄປທາງພາກເຫນືອ ເພື່ອສໍາຜັດ ກັບອາກາດທີ່ຫນາວເຢັນ ແລະ ຊື້ນຊົມກັບທໍາມະຊາດ ເທິງພູ.
ພາບທີ່ກໍາລັງເຫັນ ໃນຄະນະນີ້ ແມ່ນພາບທິວທັດທະເລຫມອກ ທີ່ແຂວງຫົວພັນ ເຊີ່ງມີຄວາມສວຍງາມຫລາຍ ເຊີ່ງໃນຕອນເຊົ້າ ແມ່ນມີຫມອກປົກຄຸມຫລາຍກວ່ານີ້ ແຕ່ພາບນີ້ ແມ່ນ ຖຶກຖ່າຍໃນຕອນສວຍ ກໍ່ຍັງງາມຄືເກົ່າ.
Editor: ກຳປານາດ ລັດຖະເຮົ້າ