ຮູບແຕ້ມຂອງວັດປາກອູ ຫລວງພຣະບາງ ປະຈຸບັນນີ້ ແມ່ນຕົກຢູ່ໃນສະພາບທີ່ຫນ້າເປັນຫ່ວງ ຄວນຈະມີໂຄງການບູຣະນະປະຕິສັງຂອນໂດຍໄວ ຖ້າບໍ່ດັ່ງນັ້ນ ອາດຈະສູນເສຍມູນມໍຣະດົກ ທີ່ຍັງເຫລືອນີ້ໄປ ເພາະວັດແຫ່ງນີ້ເປັນວັດທີ່ເກົ່າແກ່ ແລະ ມີຄູນຄ່າ ທາງສິລະປະວັດທະນະທັມ ຮີດຄອງ ຄວາມເຊື່ອ ທີທຸກຄົນເຫັນແລ້ວ ແມ່ນເວົ້າເປັນສຽງດຽວກັນວ່າ ງົດງາມຕາມແບບສະບັບຫລວງພຣະບາງໂດຍແທ້ວັດປາກອູ ຕັ້ງຢູ່ບ້ານປາກອູ ແຄມຝັ່ງນໍ້າຂອງ ເບື້ອງທິດຕາເວັນອອກກົງກັນຂ້າມກັບຖໍ້າຕິ່ງ ວັດນີ້ເປັນວັດທີ່ເກົ່າແກ່ ຢູ່ໃນສະໄໝດຽວກັນກັບຖໍ້າຕິ່ງ ຍຸກພຣະພຸທທະສາສະໜາຮຸ່ງເຮືອງ.
ເຖົ້າຜູ້ແກ່ເວົ້າວ່າ ພຸດທະສີມາ ຂອງວັດປາກອູ ນີ້ເປັນຍຸກດຽວກັນກັບວັດຊຽງທອງ ຫຼວງພຣະບາງໃນສະຕະວັດທີ 16 ແຕ່ຖືກທໍາລາຍໂດຍ ກຸ່ມຄົນບໍ່ດີຫຼາຍເທື່ອ ແລະ ໄດ້ບູຣະນະຄືນຫຼາຍເທື່ອ ເຊັ່ນດຽວກັນ. ພຸທທະສີມາ ນີ້ຍັງຮັກສາໂຄງສ້າງສະຖາປັດຕະຍະກັມ ລາວແບບສະຕະວັດທີ 16 ໄດ້ດີຢູ່ ເຖິງແມ່ນວ່າມີການບູລະນະຫຼາຍເທື່ອແລ້ວກໍ່ຕາມ. ແຕ່ກ່ອນວັດນີ້ມີສາສະນະສົມບັດທີ່ເກົ່າແກ່ກ່ອນສະຕະວັດທີ 16 ຈໍານວນໜຶ່ງ ແລະ ມີຝາຜະໜັງ ດ້ານໜ້າຂອງສິມ ໄດ້ມີຮູບແຕ້ມກ່ຽວກັບພຸທທະປະຫວັດ ໂດຍຊ່າງສີມືລາວຫຼວງພຣະບາງ ຕົ້ນສະຕະວັດທີ 19 ເຂົ້າໃຈວ່າເພິ່ນແຕ້ມຂຶ້ນໃໝ່ພາຍຫຼັງທີ່ເພິ່ນໄດ້ບູລະນະແລ້ວແຕ່ໜ້າເສຍດາຍປັດຈຸບັນນີ້ (ປີ ຄສ 1991) ເພິ່ນລຶບຮູບແຕ້ມເກົ່າຢູ່ຝາຜະໜັງດ້ານລຸ່ມຖິ້ມແລ້ວ (ເພິ່ນອາດເຫັນວ່າມັນເກົ່າແກ່ຊຸດໂຊມຫຼາຍ) ເພິ່ນແຕ້ມຮູບໃໝ່ໃສ່ແທນເຊິ່ງບໍ່ໃຫ້ຄຸນຄ່າອັນໃດຕື່ມນອກຈາກເປັນການສູນເສຍ ຮ່ອງຮອຍປະຫວັດສາດ.
ວັດປາກອູ ຕິດພັນກັບຖໍ້າຕິ່ງ ແລະ ພຣະຣາຊະວັງຫຼວງພຣະບາງ ມາແຕ່ສະໄໝກ່ອນ ເມື່ອໃດພຣະເຈົ້າມະຫາຊີວິດ ສະເດັດຂຶ້ນໄປໄຫວ້ຖໍ້າຕິ່ງ ກໍ່ຕ້ອງຂ້າມມາໄຫວ້ວັດປາກອູດ້ວຍ.
Editor: ກຳປານາດ ລັດຖະເຮົ້າ