ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ (30 ມິຖຸນາ-01 ກໍລະກົດ 2016) ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດ ປະຈຳປີ 2016 ເຊິ່ງກອງປະຊຸມດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 01 ກໍລະກົດ 2016 ທີ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ (ສູນ ICTC ຫຼັກ 5) ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຂອງ "ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ" ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກອງສີ ແສງມະນີ, ທ່ານ ບົວລານ ສິລິປັນຍາ ແລະ ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ອະທິການ-ຮອງອະທິບໍດີມະຫາວິທະຍາໄລ 5 ແຫ່ງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ອົງການທຽບເທົ່າກົມ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ ນະຄອນຫຼວງ, ຜູ້ອຳນວຍການສະຖາບັນ, ສູນ, ຫ້ອງການສະພາທີ່ປຶກສາພາກເອກະຊົນ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການວິທະຍາໄລຄູ, ວິທະຍາໄລເຕັກນິກ, ພ້ອມດ້ວຍແຂກທີ່ຖືກເຊີນ, ພະນັກງານວິຊາການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພາຍໃນກອງປະຊຸມດັ່ງກ່າວ ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ເຊິ່ງເປັນຜູ້ທີ່ໄດ້ຮັບລາງວັນໂລກດີເດັ່ນ ດ້ານການນຳໃນການປະກອບສ່ວນພັດທະນາການສຶກສາ. ເນື່ອງໃນໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວປິດກອງປະຊຸມພ້ອມທັງໄດ້ກ່າວໃຫ້ຮູ້ວ່າ: ໃນປີ 2015 ຜ່ານມາ ກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ທົ່ວປະເທດ ໄດ້ຮັບຮອງເອົາແຜນ 5 ປີ ຄັ້ງທີ VIII (2016-2020), ໂດຍໄດ້ປ່ຽນຈາກ 3 ແຜນງານມາເປັນ 10 ຂະແໜງການຍ່ອຍ, ພ້ອມກັນນັ້ນ ກໍ່ໄດ້ຮັບຮອງເອົາແຜນປີ 2015-2016 ເພື່ອນຳໄປເຜີຍແຜ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ແລະ ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ-ກິລາ ທົ່ວປະເທດ ປະຈຳປີ 2016 ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍໃນການຕີລາຄາຄືນການຈັດຕັ້ງປະຕິບັດແຜນງານປະຈຳສົກປີ 2015-2016 ແລະ ວາງແຜນງານ ສົກປີ 2016-2017. ຄຽງຄູ່ກັນນັ້ນ, ຈະໄດ້ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ໂດຍຈະໄດ້ລົງເລິກ, ປຶກສາຫາລືຊອກຫາສາເຫດ ແລະ ວິທີແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນບັນຫາສິ່ງທ້າທາຍຕໍ່ການບໍລິຫານ ແລະ ຄຸ້ມຄອງການສຶກສາ ຢູ່ໃນຂັ້ນສູນກາງ ກໍ່ຄືຂັ້ນທ້ອງຖິ່ນ ແລະ ຄວນຈະແບ່ງຄວາມຮັບຜິດຊອບຕໍ່ການຄຸ້ມຄອງຄູ ໃຫ້ມີການນຳໃຊ້ຢ່າງມີຄຸນະພາບ ແລະ ຕ້ອງໄດ້ມີການບັນຈຸແຜນການ ພ້ອມທັງສ້າງນິຕິກຳຕື່ມ ເພື່ອຄຸ່ມຄອງການສຶກສາ ແລະ ກິລາ ເພື່ອແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງຂອງລັດຖະບານ ແລະ ເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງກັບສາກົນໃຫ້ໄດ້ຕາມແຜນການພັດທະນາການສຶກສາ ແລະ ການພັດທະນາແບບຍືນຍົງ.