ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນພະຈິກ 2017 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 06 ແລະ ປິດລົງໃນວັນທີ 07 ທັນວາ 2017 ຜ່ານມາ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊິ່ງທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ກ່ຽວກັບການເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງທົ່ວເຖິງ.
ໂດຍສຸມໃສ່ຄົ້ນຄວ້ານໍາໃຊ້ທ່າແຮງບົ່ມຊ້ອນ ທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວປັບປຸງການບໍລິການ ໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສຽງດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ໄດ້ຕາມຄາດໝາຍກໍານົດ (5,2 ລ້ານຄົນໃນປີ 2018). ພ້ອມກັນນັ້ນ ກໍ່ໃຫ້ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ການຮ່ວມມືລະຫວ່າງ ຂະແໜງການຂອງລັດຖະບານ ແລະ ລະຫວ່າງພາກລັດ ກັບ ພາກທຸລະກິດ. ສົ່ງເສີມແນວຄິດ ລາວທ່ຽວລາວ ໃຫ້ແຂງແຮງ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາອອກນອກປະເທດ.
ສູ້ຊົນເຮັດໃຫ້ປີທ່ອງທ່ຽວ ເປັນເຄື່ອງມືທີ່ມີປະສິດທິຜົນ ໃນການກະຕູ້ນເສດຖະກິດຂອງປະເທດເຮົາ ໃຫ້ຂະຫຍາຍຕົວເກີນຕົວເລກຄາດໝາຍທີ່ວາງໄວ້.
ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ນຳພາ ແລະ ຄຸ້ມຄອງການກະກຽມ ແລະ ສະຫຼອງວັນສົ່ງທ້າຍປີເກົ່າ ຄ.ສ 2017 ຕ້ອນຮັບປີໃໝ່ ຄ.ສ 2018 ໃຫ້ມີບັນຍາກາດຟົກຟື້ນ, ຮັບປະກັນຄວາມສະຫງົບ ປອດໄພ ແລະ ຮັກສາໄດ້ວັດທະນະທຳອັນດີງາມຂອງຊາດ ແລະ ວັດທະນະທຳທີ່ກ້າວໜ້າທີ່ດີງາມຂອງຍຸກສະໄໝ.
Editor: ລາວອັບເດດ