ທ້າຍອາທິດຜ່ານມາ ຢູ່ທີ່ໂຮງຮຽນມັດທະຍົມສຶກສາຊະນະສົມບູນ ແຂວງຈຳປາສັກ. ຄະນະພັກອຳນາດການປົກຄອງ ເມືອງຊະນະສົມບູນ ຮ່ວມກັບ ອົງການຈັດຕັ້ງທຸກພາກສ່ວນພາຍໃນເມືອງ ແລະ ອຳນາດການການປົກຄອງບ້ານພັດທະນາຊອນພາກ ຕະຫຼອດຮອດຄະນະຄູ - ຈານຂອງໂຮງຮຽນມັດທະຍົມສຶກສາຊະນະສົມບູນ ໄດ້ພ້ອມກັນເປັນເຈົ້າພາບຈັດງານທອດຜ້າປ່າສາມັກຄີຂື້ນອັນເຕັມໄປດ້ວຍບັນຍາກາດທີ່ມີສີລິມຸງຄຸນ. ໃຫ້ກຽດເຂົ້າຮ່ວມຄັ້ງນີ້: ພາຍໃນມີ ພຣະອາຈານ ທອງ ໄຊຍະວົງ ຫົວໜ້າຫ້ອງການ ອພສ ເມືອງ ຜູ້ຕ່າງໜ້າໃຫ້ແກ່ປະທານອົງການພຣະພຸດທະສາດສະ ໜາສຳພັນລາວເມືອງຊະນະສົມ, ມີຄະນະ ອພສ 5 ເຂດ; ສ່ວນພາຍນອກໃຫ້ກຽດເຂົ້າຮ່ວມຂອງທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ ພ້ອມນີ້ຍັງມີພະນັກງານການນຳ, ຫຼັກແຫຼ່ງທີ່ກ່ຽວຂ້ອງຂອງເມືອງ, ລວມທັງຄະນະຄູ - ອາຈານ, ນັກຮຽນໂຮງຮຽນມັດທະຍົມສຶກສາເມືອງຊະນະສົມບູນ ແລະ ອຳນາດການປົກຄອງ, ພໍ່ແມ່ປະຊາຊົນບ້ານພັດທະນາຊອນພາກເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນພິທີໃນຕ່ອນເຊົ້າຍັງຈັດໃຫ້ມີພິທີໄຫ້ວພຣະຮັບສີນ, ຖວາຍເຄື່ອງບໍລິວານກອງຜ້າປ່າສາມັກຄີ ຈໍານວນ 4 ກອງ, ພ້ອມທັງຕັກບາດ, ຢາດນ້ໍາ ຮັບ-ຟັງທຳມະເທດສະໜາ ແລະ ບາສີສູ່ຂວັນ ເພື່ອເປັນສີຣິມຸງຄຸນໃຫ້ກັບເຈົ້າພາບ, ເຈົ້າສັດທາທີ່ເຂົ້າຮ່ວມພາຍໃນງານຄັ້ງນີ້ອີກດ້ວຍ. ທັງໝົດນີ້ກໍ່ເພື່ອຊອກຫາແຫຼ່ງທຶນ ຫຼື ຊັບສີນປະກອບສ່ວນເຂົ້າໃນການກໍ່ສ້າງອາຄານໂຮງຮຽນມັດທະຍົມສຶກສາຊະນະສົມບູນຫຼັງໃໝ່ ເວົ້າລວມເວົ້າສະເພາະກໍ່ເພື່ອຊຸກຍູ້ ແລະ ສົ່ງເສີມພັດທະນາວຽກງານການສຶກສາ ໃຫ້ໄດ້ຮັບການພັດທະນາກ້າວຂື້ນຢ່າງຕໍ່ເນື່ອງ ແລະ ທັງເປັນການອະນຸລັກຮັກ, ຂະນົບ ທໍານຽມ ວັດທະນະທໍາ,ຮີດຄອງປະເພນີອັນດີງາມ ຂອງຄົນລາວຊາວພຸດ ທີ່ໄດ້ສຶບທອດກັນມາແຕ່ສະໄໝບູຮານຈົນເຖີງປັດຈຸບັນໃຫ້ຍືນຍົງ
ທີມຂ່າວ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ