ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຫລວງພະບາງ ເມືອງ ແລະ ແຂວງຫລວງພະບາງ ( ເມືອງມໍລະດົກໂລກ ) ໄດ້ຈັດງານຖະແຫລງຂ່າວ ປະກາດຄວາມພ້ອມຕ້ອນຮັບປີທ່ອງທ່ຽວລາວ 2018 ທີ່ແຂວງຫລວງພະບາງ ໂດຍກໍານົດເອົາ 7 ກິດຈະກໍາຫລັກໆ ຄື:
- ງານປະກວດຂັບລໍາພື້ນເມືອງຫລວງພະບາງ, ງານສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ຢ່າງເປັນທາງການ ພ້ອມໆກັບງານບຸນປີໃຫມ່ລາວ ຫລວງພະບາງ
- ງານ ງາມແທ້ໂອ້ ຫລວງພະບາງ ທີ່ສະທ້ອນໃຫ້ເຫັນຄວາມເປັນມາຂອງຫລວງພະບາງ, ມີທັງງານເທດສະການອາຫານພື້ນເມືອງຫລວງພະບາງ ແລະ ວາງສະແດງສິນຄ້າຫັດຖະກໍາຂອງແຊວງຫລວງພະບາງ
- ງານກິດຈະກໍາທີ່ຕິດພັນກັບວິຖີຊີວິດທີ່ເປັນເອກະລັກແຂວງຫລວງພະບາງ ການສະແດງຂອງສີລະປະຊົນເຜົ່າຕ່າງໆ
- ງານທັດສະນະສຶກສາ ການສໍາມະນາວ່າດ້ວຍການທ່ອງທ່ຽວແບບຍຶນຍົງ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນໂອກາດວັນທ່ອງທ່ຽວໂລກ
- ງານທັດສະນະສຶກສາທ່ອງທ່ຽວວິຖິຊິວິດຂອງຊາວບ້ານ ໃນການຕໍາຫູກທໍ່ໄຫມ, ການສາທິດການຍ້ອມຜ້າແບບທໍາມະຊາດ, ຊີມຫມາກກ້ຽງຫວານເມືອງນໍ້າບາກ ແລະ ທ່ຽວຊົມທໍາມະຊາດເມືອງງອຍ, ກິດຈະກໍາຂີ່ລົດຖິບ ຫລຸດຜ່ອນມົນລະພິດ
- ງານມະໂຫລານຮູບເງົາຫລວງພະບາງ
- ງານບູຮານ ອັນເຊັນ ຫລວງພະບາງ ທີ່ເດີນຕະຫລາດແລງ ແລະ ເຮືອນມໍລະດົກ.
ພ້ອມກັນນັ້ນ ຍັງມີກິດຈະກໍາຕ່າງໆໃນແຕ່ລະເມືອງ ເຊັ່ນ: ການທ່ອງທ່ຽວທາງດ້ານກະສິກໍາ ແລະ ທໍາມະຊາດທີ່ເມືອງພູຄູນ, ງານວາງສະແດງເຄື່ອງປັ້ນດິນເຜົາ ທີ່ເມືອງຈອມເພັດ, ບຸນປະເພນີກິນຈຽງຂອງຊົນເຜົ່າມົ້ງ ແລະ ບຸນປະເພນີຊົນເຜົ່າກຶືມມຸ, ບຸນປະເພນີຊົນເຜົ່າລື ທີ່ເມືອງປາກອູ, ບຸນອອກພັນສາ ຊ່ວງເຮືອເມືອງຊຽງເງິນ, ບຸນບັ້ງໄຟ ເມືອງນານ ແລະ ກິດຈະກໍາອື່ນໆ ຢ່າງຫລວງຫລາຍ. ສໍາລັບກິດຈະກໍາເປີດປີທ່ອງທ່ຽວ ທີ່ຫລວງພະບາງ ຈະໄດ້ ເປີດຢ່າງເປັນທາງການພ້ອມບຸນປີໃຫມ່ລາວຫລວງພະບາງ ໃນວັນທີ 15 ເມສາ 2018
ປະຈຸບັນແຂວງຫລວງພະບາງ ມີແຫລ່ງທ່ອງທ່ຽວທັງໝົດ 228 ແຫ່ງ ໃນນັ້ນແຫລງທ່ອງທ່ຽວທາງທໍມະຊາດ 108 ແຫ່ງ, ທ່ອງທ່ຽວທາງວັດທະນະທໍາ 86 ແຫ່ງ ແລະ ທາງປະຫວັດສາດ 34 ແຫ່ງ ໃນນັ້ນໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ ຈໍານວນ 111 ແຫ່ງ. ນອກຈາກນີ້ ແຂວງຫລວງພະບາງ ຍັງມີບໍລິສັດທ່ອງທ່ຽວ ແລະ ສາຂາທັງໝົດ 93 ບໍລິສັດ, (ໃນນັ້ນບໍລິສັດທ່ອງທ່ຽວແມ່ 70 ບໍລິສັດ ແລະ ສາຂາ 23 ບໍລິສັດ) ມີໂຮງແຮມ-ຣິສອດ 81 ແຫ່ງ, ມີຫ້ອງນອນ 2,200 ຫ້ອງ, ຕຽງນອນ 4,400 ກວ່າຕຽງ, ເຮືອນພັກ 341 ຫລັງ ( ສະເພາະພາຍໃນເມືອງຫລວງພະບາງ 248 ຫລັງ ) ມີຫ້ອງນອນ 2,370 ຫ້ອງ, ແລະ 3,497 ຕຽງນອນ. ຮ້ານອາຫານ 289 ຮ້ານ ( ສະເພາະຕົວເມືອງຫລວງພະບາງ 59 ຮ້ານ) ມີພະນັກງານນໍາທ່ຽວ ທັງໝົດ 419 ຄົນ, ຍິງ 86 ຄົນ. ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫລວງພະບາງ ກ່າວວ່າ: ການກະກຽມຈັດງານສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ທີ່ແຂວງຫລວງພະບາງ ໃນນາມເຈົ້າພາບ ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງ ແລະ ພັດທະນາວຽກງານການທ່ອງທ່ຽວ, ພັດທະນາຄຸນນະພາບການບໍລິການດ້ານຕ່າງໆ ຊຸກຍູ້ສົ່ງເສີມໃຫ້ຫົວຫນ່ວຍທຸລະກິດຈາກພາກລັດ ແລະ ພາກເອກະຊົນ ແລະ ທັງອົງການຈັດຕັ້ງສາກົນຕ່າງໆ ໄດ້ມີສ່ວນຮ່ວມເຂົ້າໃນການຜະລິດເຄື່ອງທີ່ລະນຶກ, ການໂຄສະນາຜ່ານສື່ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມພ້ອມ ເພື່ອຮອງຮັບແລະ ອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາ ໃນປີ 2018 ນີ້.
Editor: ກຳປານາດ ລັດຖະເຮົ້າ