ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ປະທານຈັດງານມະຫາກໍາບຸນຊ້າງແຂວງໄຊຍະບູລີ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ໃນຕອນເຊົ້າວັນທີ 5 ທັນວາ 2017 ນີ້ວ່າ: ງານມະຫາກໍາບຸນຊ້າງໄຊຍະບູລີ ເປັນປາງບຸນໃຫຍ່ງານໜຶ່ງ ທີ່ເປັນເອກະລັກຂອງແຂວງ ເພື່ອເປັນການອານຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂັວນຄູ່ບ້ານຄູ່ເມືອງ ພ້ອມນີ້ກໍ່ເພື່ອເປັນການສຶບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດໃຫ້ຍືນຍົງຄົງຕົວ ຄຽງຄູ່ກັບປະຊາຊົນເຮົາຕະຫຼອດໄປ.
ສະເພາະງານມະຫາກຳບຸນຊ້າງປີ 2018 ທີ່ຈະມາເຖິງນີ້ ຈະມີຊ້າງເຂົ້າຮ່ວມທັງໝົດ 68 ໂຕ, ເຊິ່ງຈະໄດ້ເປີດງານດັ່ງກ່າວເລີ່ມແຕ່ວັນທີ 16 ຫາ 22 ກຸມພາ 2018 ທີ່ຈະມາເຖິງນີ້. ໃນຖອກາດນີ້ ໄປຟັງສຽງ ຖະແຫລງ ຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ.
Editor: ກຳປານາດ ລັດຖະເຮົ້າ