ງານບຸນຊ່ວງເຮືອປະເພນີທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນໃນຕອນເຊົ້າວັນທີ 7 ທັນວາ 2017 ນີ້, ທີ່ນໍ້າຂອງທ່າສະລາກາງຂອງເມືອງ ເຂົ້າຮ່ວມມີທ່ານ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ ປະທານກວດກາພັກ,ຫົວໜ້າພະແນກວດກາລັດແຂວງ ຈຳປາສັກ, ທ່ານ ສຳລີ ແກ່ນມະນີ ເລຂາພັກເມືອງ ເຈົ້າເມືອງມຸນລະປະໂມກ ພ້ອມຄະນະ, ບັນດາການນໍາເມືອງຕ່າງໆ ພະແນກກົມກອງນັກທຸລະກິດ ຄະນະນຳ ສີພາຍເຮືອຊ່ວງແຕ່ລະພາກສ່ວນຕະຫຼອດ ປະຊາຊົນຊາວເມືອງມຸນລະປາໂມກ ເຂົ້າຊົມເຂົ້າເຊຍຢ່າງຫຼວງຫຼາຍ. ທ່ານ ສຳລີ ແກ່ນມະນີ ເຈົ້າເມືອງມຸນລະປາໂມກ ກ່າວວ່າ: ງານບຸນຊ່ວງເຮືອງປີນີ້ ມີເຮືອຊ່ວງເຂົ້າແຂ່ງຂັນທັງໝົດ 34 ລຳ,ໃນນັ້ນມີເຮືອປະເພນີ 33 ວີພາຍມີ 7 ລຳ, ເຮືອສູດ 33 ສີພາຍມີ 9 ລຳ, ເຮືອກິລາ 12 ສີພາຍມີ 18 ລໍາ.
ຈຸດປະສົງຂອງການແຂ່ງຂັນ ເພື່ອເປັນການສືບທອດປະເພນີ ແລະ ເພີ່ມພູນຄູນສ້າງວັດທະນະທຳຂອງຊາດ ກໍຄືຂອງທ້ອງຖິ່ນທີ່ມີມາແຕ່ດົນນານ, ເປັນການຊຸກຍູ້ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວເມືອງມຸນລະປາໂມກ ເນື່ອງໃນ ສປປລາວ ເປີດປີທ່ອງທ່ຽວ 2018 ໃຫ້ນັບມື້ຫຼາຍ. ຈາກນີ້ຍັງເປັນການສ້າງບັນຍາກາດອັນຟົດຟື້ນ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ຄົບຮອບ 97 ປີ ໃຫ້ມີຄວາມ ໝາຍສຳຄັນ ແລະ ເລິກເຊິ່ງອີກດ້ວຍ.
Editor: ດາວໄຊ ສີວິໄລ