ພິທີເຊັນຫນັງສືເຈດຈຳນົງການສ້າງເມືອງມິດຕະພາບ ລະຫວ່າງ ເມືອງໄຊທານີ ຂອງນະຄອນຫລວງວຽງຈັນ ແລະ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຄົ້ນພົບເເຫຼ່ງທອ່ງທຽ່ວເເຫ່ງໄໝ່ ເມື່ອບໍ່ດົນມານີ້ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ປະກອບມີ 3 ຕາດຄື: ຕາດນ້ຳແບ່ງ, ຕາດກອຍ ແລະ ຕາດໄຮ. ນອກນັ້ນ, ຍັງມີດ່ານໃຫຍ່ ແລະ ຈຸດຊົມວິດຈອມພູງອຍ ເຊິ່ງທັງໝົດນີ້ ແມ່ນຂຶ້ນກັບບ້ານ ນໍ້າແບ່ງ, ບ້ານອົ້ນນ້ອຍ ແລະ ບ້ານພວກໃໝ່ ເມືອງເລົ່າງາມ, ແຂວງສາລະວັນ.
ຫຼ້າສຸດ ໃນວັນທີ 4/12/2017 ອຳນາດການປົກຄອງແຂວງ ຈຶ່ງໄດ້ລົງສຳຫຼວດພື້ນທີ່ ໂດຍການນຳພາຂອງທ່ານ ສົມໃຈ ອຸ່ນຈິດ, ຫົວຫນ້າພະເເນກຖະເເຫຼ່ງຂ່າວ, ວັດທະນະທຳ ເເລະ ທອ່ງທຽ່ວ ເເຂວງສາລະວັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ຜ່ານການສຳຫຼວດມີຄວາມເປັນໄປໄດ້ວ່າ: ຖ້າເປີດບໍລິການທ່ອງທ່ຽວຢ່າງເປັນທາງການແລ້ວ, ນ້ຳຕົກເເຫ່ງນີ້ ຈະດຶງດູດນັກທອ່ງທຽ່ວພາຍໃນ ເເລະ ຕ່າງປະເທດ ເຂົ້າມາທ່ຽວຢ່າງຫຼວງຫຼາຍ.
Editor: ເສດຖະກິດ-ການຄ້າ