ເມືອງວັງວຽງ ແຂວງວຽງຈັນ, ເປັນເມືອງທີ່ມີຄວາມສວຍງາມ, ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ສະຖານທີ່ພັກຜ່ອນຢ່າງຫລວງຫລາຍ, ເຊິ່ງໃນແຕ່ລະປີ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວ ມີເຖິງ 7-8 ແສນເທື່ອຄົນ, ສຳລັບ ປີທ່ອງທ່ຽວລາວ 2018 ຄາດວ່າ ຈະມີນັກທ່ອງທ່ຽວ ເດີນທາງມາທ່ຽວເມືອງວັງວຽງ ເຖິງ 1 ລ້ານເທື່ອຄົນ.
ທ່ານ ສຸວຽງທອງ ວົງຈຳປາ ຮອງເຈົ້າເມືອງ ເມືອງວັງວຽງ, ຜູ້ຮັບຜິດຊອບວຽກງານວັດທະນະທຳ ແລະ ສັງຄົມ ໄດ້ໃຫ້ສຳພາດ ສຳນັກຂ່າວສານປະເທດລາວ ວ່າ: ປັດຈຸບັນ ເມືອງວັງວຽງ ໄດ້ກຽມຄວາມພ້ອມຫລາຍກິດຈະກຳ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ມີຄວາມຄຶກຄື້ນ ແລະ ມ່ວນຊື່ນ, ສະເພາະເດືອນທັນວາ ຈະໄດ້ຈັດງານປະກວດ ນາງສາວໝາກກ້ຽງຫວານ, ງານປະກວດສິລະປະວັນນະຄະດີ ຂອງປະຊາຊົນບັນດາເຜົ່າ, ງານວາງສະແດງສິນຄ້າພື້ນເມືອງ ທີ່ເປັນເອກະລັກຂອງແຕ່ລະກຸ່ມບ້ານ ແລະ ກຽມຈັດງານມະຫາກຳຄອນເສີດ ໃນກາງເດືອນນີ້ ເພື່ອເຮັດໃຫ້ນັກທ່ອງທ່ຽວ ທີ່ເດີນທາງມາເມືອງວັງວຽງ ໄດ້ມີຄວາມມ່ວນຊື່ນ ແລະ ປະທັບໃຈ. ນອກຈາກນີ້, ຍັງໄດ້ປຸກ ລະດົມປະຊາຊົນທົ່ວເມືອງວັງວຽງ ພ້ອມກັນຮັກສາຄວາມສະອາດ ແລະ ຮັກສາຄວາມສະຫງົບປອດໄພ, ປຸກລະດົມຫົວໜ່ວຍທຸລະກິດ ກໍຄື ຜູ້ປະກອບການທີ່ຕິດພັນກັບວຽກງານການທ່ອງທ່ຽວ ໃຫ້ປັບປຸງການບໍລິການ ຂອງຕົນເອງ ເປັນຕົ້ນ ແມ່ນໂຮງແຮມ, ເຮືອນພັກ, ປັບປຸງການບໍລິການ, ການຮັກສາຄວາມສະອາດພາຍໃນໂຮງແຮມ ແລະ ຄວາມປອດໄພ ໃຫ້ແກ່ນັກທ່ອງທ່ຽວທີ່ມາພັກ.
ທ່ານ ສຸວຽງທອງ ວົງຈຳປາ ຍັງໃຫ້ຮູ້ຕື່ມວ່າ: ພາກລັດ ແລະ ພາກທຸລະກິດ ໄດ້ໂຄສະນາທາງໂທລະພາບ, ໜັງສືພິມ, ວິທະຍຸ ແລະ ເວບໄຊຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການທ່ອງທ່ຽວຢູ່ເມືອງວັງວຽງ ແລະ ຮູ້ຈັກສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ຫລາຍຂຶ້ນ. ພ້ອມດຽວກັນນີ້, ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ສ້າງຂົວຂ້າມນ້ຳຊ່ອງ, ສ້ອມແປງເສັ້ນທາງ ແລະ ສ້າງເສັ້ນທາງໄປຫາ ແຫລ່ງທ່ອງທ່ຽວ ທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທີ່ຈະເດີນທາງໄປທ່ອງທ່ຽວ ແລະ ປັບປຸງສະຖານທີ່ເກັບມ້ຽນຂີ້ເຫຍື້ອ ທັງນີ້ເພື່ອຮັກສາຄວາມສະອາດ ໃຫ້ແກ່ເມືອງວັງວຽງຕື່ມອີກ.
ປັດຈຸບັນ ເມືອງວັງວຽງ ມີສະຖານທີ່ພັກ ຈຳນວນ 150 ກວ່າແຫ່ງ, ມີຮ້ານອາຫານ-ກິນດື່ມ 130 ແຫ່ງ ແລະ ມີສະຖານທີ່ທ່ອງທ່ຽວຕ່າງໆ ຫລາຍກວ່າ 140 ແຫ່ງ.
Editor: ຂ່າວສານປະເທດລາວ