ແຂວງອັດຕະປື ເປັນແຂວງໜຶ່ງ ທີ່ມີພື້ນຖານທາງດ້ານການທ່ອງທ່ຽວ ອັນຫລາກຫລາຍ ແລະ ອັດສະຈັນ ຢູ່ໃນພູມີພາກດິນແດນເຂດລາວໃຕ້ ເປັນຕົ້ນ ດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ໄລຍະຜ່ານມາຂະແໜງທ່ອງທ່ຽວ ໄດ້ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຢູ່ໃນລະດັບດີສົມຄວນ ແລະ ຄາດວ່າ ປີທ່ອງທ່ຽວລາວ 2018 ຈະມີນັກທ່ອງທ່ຽວ ເຂົ້າມາ ແຂວງອັດຕະປື ປະມານ 75.000 ຄົນ ແລະ ຈະສາມາດສ້າງລາຍຮັບໃຫ້ແຂວງໄດ້ເຖິງ 41 ຕື້ກີບ.
ຕາມຂໍ້ມູນຈາກຂະແໜງທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະ 9 ເດືອນ ປີ 2017 ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຢູ່ ແຂວງອັດຕະປື ຈຳນວນ 45.452 ຄົນ, ສາມາດສ້າງລາຍຮັບໄດ້ສູງເຖິງ 17 ຕື້ກີບ, ທັງໄດ້ສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ, ຊົນນະບົດ ແລະ ຜູ້ປະກອບການທຸລະກິດການທ່ອງທ່ຽວ ໃນທົ່ວແຂວງ ເນື່ອງຈາກວ່າ ແຂວງ ອັດຕະປື ທີ່ໄດ້ເອົາໃຈໃສ່ພັດທະນາ, ສົ່ງເສີມວຽກງານການທ່ອງທ່ຽວ ຕາມທິດສີຂຽວ ແລະ ຍືນຍົງ ຕາມແນວທາງຂອງ ພັກ-ລັດ ວາງອອກ.
ປັດຈຸບັນ, ແຂວງອັດຕະປື ໄດ້ເອົາໃຈໃສ່ສົ່ງເສີມການໂຄສະນາ ແລະ ຊຸກຍູ້ບັນດາຜູ້ປະກອບການດ້ານການທ່ອງທ່ຽວ ພ້ອມກັນກະກຽມໃຫ້ດີທີ່ສຸດ ເພື່ອຮອງຮັບ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວລາວ ໂດຍສະເພາະ ແຂວງອັດຕະປື ໃນໂອກາດເປີດປີທ່ອງທ່ຽວລາວ 2018 ນີ້.
Editor: ຂ່າວສານປະເທດລາວ