ທ່ານ ນາງ ບຸນພັກ ອິນທະປັນຍາ, ຮອງເຈົ້າແຂວງໄຊຍະບູລີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວ່າ: ສຳລັບ ການຈັດປີທ່ອງທ່ຽວລາວຂອງແຂວງໄຊຍະບູລີ ແມ່ນຈະໄດ້ຈັດຂຶ້ນພ້ອມກັບງານມະຫາກຳບຸນຊ້າງໃນວັນທີ 17 ກຸມພາ 2018 ນີ້ ຊຶ່ງຈະກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທັງໝົດ 12 ກິດຈະກຳ ໃນຕະຫຼອດປີໜ້າແຕ່ເດືອນມັງກອນ ຫາ ເດືອນທັນວາ ຕາມແຕ່ລະເມືອງໄປ ເຊັ່ນ: ເທດສະການບຸນກອງເຂົ້າໃຫຍ່ເມືອງພຽງໄດ້ຈັດຂຶ້ນໃນເດືອນ 1 ປີ 2018, ງານມະຫາກຳບຸນຊ້າງຢູ່ເທດສະບານແຂວງ ຈັດຂຶ້ນໃນເດືອນ 2 ປີ 2018, ເທດສະການບຸນເຂົ້າຈີ່ໃຫຍ່ ເມືອງບໍ່ແຕນ ຈັດຂຶ້ນເດືອນ 2 ປີ 2018, ເທດສະການບຸນຜີຕາໂຂນ ເມືອງປາກລາຍ ຈັດຂຶ້ນໃນເດືອນ 3 ປີ 2018, ເທດສະການບຸນພະທາດປວກ ເມືອງຄອບ ຈັດຂຶ້ນເດືອນ 3 ປີ 2018, ເທດສະການບຸນພະທາດນາງສາມຜີວ ເມືອງທົ່ງມີໄຊ ຈັດຂຶ້ນໃນເດືອນ 4 ປີ 2018. ເທດສະການບຸນພະເວດ ເມືອງແກ່ນທ້າວ ຈັດຂຶນໃນເດືອນ 6 ປີ 2018, ເທດສະການບຸນຊ່ວງເຮືອເມືອງຫົງສາ ຈັດຂຶ້ນໃນເດືອນ 9 ປີ 2018 , ເທດສະການພະທາດຊຽງລົມ ເມືອງຊຽງຮ່ອນ ຈັດຂຶນໃນເດືອນ 10 ປີ 2018, ເທດສະການບຸນຊວງເຮືອນເມືອງເງິນ ຈັດຂຶ້ນໃນເດືອນ 11 ປີ 2018, ເທດສະການບຸນດອກແດງ ເມືອງໄຊສະຖານ ຈັດຂຶ້ນໃນເດືອນ 12 ປີ 2018 ແລະ ງານປະເພນີເຜົ່າຕ່າງໆທັງໝົດນັ້ນແມ່ນໄດ້ກຳນົດເປັນປະຕິທິນຮອບວຽນ ໃນປີທ່ອງທ່ຽວຂອງແຂວງເປັນແຕ່ລະເດືອນ.
ພ້ອມນີ້ ຍັງມີກິດຈະກຳປິ່ນອ້ອມເຊັ່ນ: ການຈັດຄາລະວານລົດແຕ່ເມືອງໄຊຍະບູລີ ຫາ ເມືອງໄຊສະຖານ ແລະ ເດີນທາງໄປທ່ຽວຊົມ ພັນຖໍ້ານໍ້າຖັ່ງ ເມືອງໄຊຍະບູລີ, ການແລກປ່ຽນທາງດ້ານສິລະປະວັນນະຄະດີ, ກິລາລະຫວ່າງ ເມືອງ ກັບ ແຂວງ, ແຂວງກັບບັນດາແຂວງໃກ້ຄຽງ ແລະ ກິດຈະກຳອື່ນໆອີກ ຊຶ່ງກິດຈະກຳດັ່ງກ່າວຈະໄດ້ຈັດຂຶ້ນແຕ່ເດືອນ 12 ປີ 2017 ຫາ ເດືອນ 12 ປີ 2018.
ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນຈົ່ງໄດ້ຮ່ວມແຮງຮ່ວມໃຈກັນ ປະກອບສ່ວນເຂົ້າໃນກິດຈະກຳ ພ້ອມກັນເປັນເຈົ້າພາບທີ່ດີໃນການຈັດປີທ່ອງທ່ຽວລາວ 2018 ນີ້ ໃຫ້ມີຄວາມປອດໄພ, ຄວາມສະອາດຈົບງາມ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນທ່ອງທ່ຽວ ຕະຫຼອດເຖິງສິ່ງເອື້ຍອຳນວຍຕ່າງໆຕ້ອນຮັບນັກທ່ອງທ່ຽວເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ, ການນຳທ່ຽວ ແລະ ການຂົນສົ່ງນັກທ່ອງທ່ຽວ, ຕ້ອງເອົາໃຈໃສ່ຮັບປະກັນດ້ານຄຸນນະພາບການບໍລິການຕາມຫຼັກການສາກົນ.
Editor: ຕະວັນ ແສງສະຫວັນ