ເນື່ອງໃນໂອກາດ ການສະເຫຼີມສະຫຼອງ ງານບຸນປະເພນີກິນຈຽງປີໃໝ່ຂອງຊົນເຜົ່າມົ້ງໃນປີ 2017-2018 ຂອງແຂວງຊຽງຂວາງ. ເຊິ່ງໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 21 ພະຈິກ 2017 ຜ່ານມາຢູ່ທີ່ເດີນບ້ານຍວນ, ເມືອງແປກ ແຂວງຊຽງຂວາງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ດຣ. ຄໍາປາວມົວ ຮອງເຈົ້າແຂວງໆຊຽງຂວາງ, ມີທ່ານ ເຈັ່ງເຈີວ່າງ ປະທານສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ, ມີບັນດາແຂກຖືກເຊີນທີ່ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມ.
ໃນພິທີການສະເຫຼີມສະຫຼອງ ງານບຸນປະເພນີກິນຈຽງປີໃໝ່ຂອງຊົນເຜົ່າມົ້ງຄັ້ງນີ້; ທ່ານ ເຈັ່ງເຈີວ່າງ ປະທານສະມາຄົມກິລາ-ວັນນະຄະດີພື້ນເມືອງ ແຂວງຊຽງຂວາງ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ ໂດຍຫຍໍ້, ພ້ອມທັງກ່າວເປີດພິທີຢ່າງເປັນທາງການ. ໂອກາດດຽວກັນໄດ້ມອບຊໍ່ດອກໄມ້ໃຫ້ທັງຄະນະນໍາຂອງແຂວງ ເປັນກຽດມອບແມ່ນ ທ່ານ ເຈັ່ງເຈີວ່າງ ປະທານສະມາຄົມກິລາ-ວັນນະຄະດີພື້ນເມືອງ ແລະ ກ່າວຮັບ ໂດຍແມ່ນ ທ່ານ ດຣ. ຄໍາປາວມົວ ຮອງເຈົ້າແຂວງໆຊຽງຂວາງ. ເຊິ່ງໃນການສະເຫຼີມສະຫຼອງ ງານບຸນປະເພນີກິນຈຽງປີນີ້: ໄດ້ມີກິດຈະກໍາຫຼາກຫຼາຍຮູບແບບ ເປັນຕົ້ນແມ່ນ ການແຂ່ງຂັນສິລະປະ-ວັນນະຄະດີ ແລະ ກິລາປະເພດຕ່າງໆ ເຊັ່ນ: ງົວຊົນງົວ, ຄວາຍຊົນຄວາຍ, ກິລາບານເຕະ, ກິລາເປຕັ່ງ, ກິລາກະຕໍ້ຫວາຍ, ກິລາ ໝາກຂ່າງ, ກິລາແຂ່ງຂັນຕໍາເຂົ້າປ່ຽງມົ້ງ, ກິລາຍິງໜ້າເກັກຍິງ - ຊາຍ ແລະ ກິລາດຶງເຊືອກ.
ດັ່ງນັ້ນ ທາງສະມາຄົມກິລາ - ວັນນະຄະດີພື້ນເມືອງແຂວງຊຽງຂວາງ ຈຶ່ງໄດ້ເຊີນຊວນໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້. ພ້ອມກັນນັ້ນ ທ່ານ ດຣ. ຄໍາປາວມົວ ຮອງເຈົ້າແຂວງໆຊຽງຂວາງ ກໍ່ໄດ້ມີຄໍາຄິດຄໍາເຫັນ ແລະ ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງເຜົ່າມົ້ງທຸກທົ່ວໜ້າ ຈົ່ງພ້ອມພຽງກັນເພີ່ມທະວີຄວາມສາມັກຄີ ອັນເປັນປືກແຜ່ນແໜ້ນໜາຂອງຊາດລາວໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະແມ່ນແຂວງຊຽງຂວາງ. ໂດຍຢືດໝັ້ນໄປຕາມແນວທາງຂອງພັກ-ລັດ. ເອົາໃຈໃສ່ປົກປັກຮັກສາຮີດຄອງປະເພນີອັນດີງາມ ແລະ ເສີມຂະຫຍາຍເອກະລັກ ວັດທະນະທໍາ, ຮີດຄອງປະເພນີຂອງເຜົ່າ ໂດຍພັດທະນາໃຫ້ມີຄວາມຝົດຟື້ນກວ້າງຂວາງຍິ່ງໆຂື້ນ
ຂອບໃຈທີມຂ່າວ ຈາກແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ