ງານວາງສະແດງວິຈິດສິນ ຮ່ວມສະໄຫມ ລະຫວ່າງ ສະມາຄົມວິຈິດສິນລາວ ແລະ ສະມາຄົມວິຈິດສິນ ສາທາລະນະລັດ ເກົາຫລີ ຈັດຂື້ນໃນລະຫວ່າງວັນທີ 20-24 ພະຈິກ 2017 ທີ່ຫ້ອງວາງສະແດງຂອງສະຖາບັນວິຈິດສິນແຫ່ງຊາດ, ບ້ານອານຸ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
ການວາງສະແດງໃນຄັ້ງນີ້, ມີຮູບ ຈາກສະມາຄົມວິຈິດສິນ ສາທາລະນະລັດ ເກົາຫລີ ຈໍານວນ 400 ແຜ່ນ ແລະ ຈາກສະມາຄົມວິຈິດສິນລາວ ຈໍານວນ 50 ແຜ່ນ ລວມທັງໝົດ 450 ກວ່າຜົນງານທີ່ຮ່ວມວາງສະແດງໃນຄັ້ງນີ້. ສ່ວນໃຫຍ່ແມ່ນເປັນຜົນງານຮູບພາບທີ່ແຕ້ມດ້ວຍສີນໍ້າມັນ, ແຕ້ມດ້ວຍສີນໍ້າ ແລະ ສີອັກຄະລິກ, ສີນໍ້າມຶກ ແລະ ພາບພີມຂ່າວດໍາ, ພາບລາຍເສັ້ນຕົວຫນັງສື ນອກນີ້ຍັງມີຜົນງານການປັ້ນ ທີ່ເປັນສີສັນວິຈິດສິນຮ່ວມສະໄຫມ, ລາວ ແລະ ເກົາຫລີ.
ງານວາງສະແດງ ເປີດໃຫ້ເຊົ້າຊົມໄປຈົນເຖິງວັນທີ 24 ພະຈິກ 2017 ນັບແຕ່ເວລາ 9 ໂມງເຊົ້າ ເຖິງ 16 ໂມງແລງ, ທີ່ຫ້ອງວາງສະແດງສະຖາບັນວິຈິດສິນແຫ່ງຊາດ ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂດຍບໍ່ ໄດ້ເສຍຄ່າໃດໃດ. ເມື່ອທ່ານເຂົ້າໄປຊົມ ແມ່ນຈະໄດ້ເຫັນເຖິງຜົນງານດ້ານວິຈິດສີນ ໃນຫລາຍຮູບແບບ ຈິນຕະນາການ ແລະ ຈິດວິນຍານ ນອງນັກວິຈິດສີນ ໃນຫລາຍອັດທະລົດ ຜ່ານລົງໃນຮູບແຕ້ມ, ຮູບແບບ ແລະ ການປະສົມປະສານຮ່ວມສະໄຫມ ລະຫວ່າງ ລາວ ແລະ ເກົາຫລີ ສະແດງເຖິງຄວາມສວຍງາມ ຂອງທໍາມະຊາດ, ວັດທະນະທໍາ ມໍລະດົກ ການຂິດຂຽນ ແລະ ອື່ນໆ ເຊີ່ງຫາໂອກາດເບີ່ງຊົມໄດ້ຍາກ.
Editor: ກຳປານາດ ລັດຖະເຮົ້າ