ປີ 2018 ເປັນປີທີ່ມີຄວາມໜາຍສຳຄັນຂອງ ສ ປປ ລາວ ໂດຍສະເພາະແມ່ນເປັນປີເປີດການທ່ອງທ່ຽວທົ່ວປະເທດລາວ ທີ່ຈະເປັນການເອກອ້າງຄວາມສວຍງາມທາງທຳມະຊາດ,ວັດທະນະທຳ ແລະ ທາງດ້ານປະຫວັດສາດທີ່ລືຊື່ ໃນທົ່ວດີນແດນລາວ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ໄດ້ດູດດີ່ມຄວາມເປັນເອກະລັກຂອງຊາດລາວ ກໍ່ຄື ຄວາມມີນ້ຳໃຈຂອງປະຊາຊົນລາວ ຜ່ານມາ ສປປ ລາວ ເຄີຍເປີດປີທ່ອງທ່ຽວມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ໃນປີ 1999-2000, ຄັ້ງທີ 2 ໃນປີ 2011-2012 ພາຍໃຕ້ຄຳຂວັນ “ ປະເທດລາວ ສວຍງາມແທ້ໆ ” ມີນັກທ່ອງທ່ຽວເຂົ້າມາລາວ ສາມລ້ານກວ່າຄົນ. ຄັ້ງທີ່ 3 ແມ່ນ ໃນປີ 2018 ນີ້ ເມື່ອເຫັນໄດ້ທ່າຂະຫຍາຍຕົວໃນວຽກງານທ່ອງທ່ຽວ ທີ່ສາມາດດິງດູດນັກທ່ອງທ່ຽວເຂົ້າມາທ່ຽວເພີ່ມຂຶ້ນທັງເປັນການສ້າງລາຍຮັບ ແກ່ປະເທດຊາດ, ດັ່ງນັ້ນ, ລັດຖະບານ ຈິ່ງໄດ້ອະນຸມັດໃຫ້ຈັດປີທ່ອງທ່ຽວລາວຂຶ້ນອີກໃນປີ 2018 ເພື່ອເປັນການໂຄສະນາສະຖານທີ່ທ່ອງທ່ຽວ ຂອງລາວ ທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ-ຮິດຄອງປະເພນີ ອອກສູ່ສາຍຕາຊາວໂລກອີກຄັ້ງ.
ສໍາລັບແຂວງຈຳປາສັກ ແມ່ນໄດ້ກຳນົດເອົາການເປີດປີທ່ອງທ່ຽວຂອງແຂວງ ໃນພິທີເປີດງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ເຊີ່ງຈະໄດ້ຈັດຂື້ນໃນ ວັນທີ 29 ມັງກອນ 2018 ເຊິ່ງໄດ້ກຳນົດຈຸດການທ່ອງທ່ຽວ 4 ທີ່ມີເທດສະການ ທີ່ເປັນຮິດຄອງປະເພນີ ແລະ ວັດທະນະທຳອັນດີງາມ ທີ່ຄົງຢູ່ກັບຊາດລາວ ຄົນລາວຕະຫລອດໄປ, ແຂວງຈຳປາສັກ ມີແຫລ່ງທ່ອງທ່ຽວທີ່ປະທັບໃຈຫລາຍແຫ່ງ ໃນນັ້ນປະກອບມີແຫລ່ງທ່ອງທ່ຽວ ທັງໜົດ 216 ແຫ່ງ, ແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ 116 ແຫ່ງ, ປະຫວັດສາດ 40 ແຫ່ງ ແລະ ວັດທະນະທຳ 60 ແຫ່ງ, ມີໂຮງແຮມ 66 ແຫ່ງ, ລີ່ສອດ 8 ແຫ່ງ, ເຮືອນພັກ 162 ແຫ່ງ, ຮ້ານອາຫານທີ່ໄດ້ມາດຕະຖານ 44 ແຫ່ງ, ມີບໍລິສັດທ່ອງທ່ຽວ 37 ບໍລິສັດ, ພິເສດ ຍັງມີ ເຮືອນພັກແຮມປະຊາຊົນ ທີ່ໄດ້ມາດຖານອາຊຽນ 2 ບ້ານ ຄື: ບ້ານດອນໂຄ ເມືອງຊະນະສົມບູນ ແລະ ບ້ານໜອງຫລວງ ເມືອງປາກຊ່ອງ.
Editor: ກຳປານາດ ລັດຖະເຮົ້າ