ແຂວງຄຳມ່ວນ ກຽມເປີດປີທ່ອງທ່ຽວລາວ 2018 ພ້ອມກັບບຸນນະມັດສະການພຣະທາດສີໂຄດຕະບອງ ໂດຍຈະໄດ້ມີການວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງທ້ອງຖິ່ນ ໂດຍສະເພາະ ແມ່ນຜະລິດ ຕະພັນເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ, ຫັດຖະກຳຕ່ຳແຜ່ນ, ຜະລິດຕະພັນອຸດສາຫະກຳ, ກະສິກຳ, ການຈັດເທສະການອາຫານ, ຂະບວນການກິລາ, ສິລະປະ-ວັນນະຄະດີ ແລະ ອື່ນໆ ທີ່ຕິດພັນກັບຮີດຄອງ ປະເພນີຂອງທ້ອງຖິ່ນ.
ທາງດ້ານທ່ານ ຂັນຕີ ໂພທິນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ເປີດເຜີຍ ກ່ຽວກັບການຫ້າງຫາກະກຽມການເປີດປີທ່ອງທ່ຽວ ລາວ 2018 ຂອງ ແຂວງຄຳມ່ວນ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາຜະລິດຕະພັນທ່ອງທ່ຽວ, ພັດທະນາບັນດາພື້ນຖານໂຄງລ່າງ ຂອງແຫລ່ງທ່ອງທ່ຽວ ເປັນຕົ້ນ ການພັດທະນາຈຸດ ຊົມວິວພູຜາມ່ານ ເມືອງຄູນຄຳ, ສ້າງທ່າຂຶ້ນ-ລົງເຮືອເຂດບ້ານທ່າລັ່ງ, ເມືອງນາກາຍ, ການສ້າງເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ ຖ້ຳຊ້າງ, ບ້ານຖ້ຳ, ເມືອງທ່າແຂກ ແລະ ປັບປຸງບໍລິເວນອ້ອມຮອບເດີ່ນພຣະທາດສີໂຄດຕະບອງ ເຊິ່ງປະກອບມີການສ້າງເສັ້ນທາງເບຕົງ, ເດີ່ນຈອດລົດ, ຮ່ອງລະບາຍນ້ຳ, ຂົວ, ຫ້ອງນ້ຳສາທາລະນະ, ການປັບປຸງເດີ່ນຫຍ້າ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າມາໃຊ້ບໍລິການ ໃນສະຖານທີ່ທ່ອງທ່ຽວຕ່າງໆ ໄດ້ມີຄວາມປະທັບໃຈ.
ພ້ອມກັນນີ້ ຍັງໄດ້ຈັດຝຶກອົບຮົມໃຫ້ພະນັກງານນຳທ່ຽວ, ຝຶກອົບຮົມທາງດ້ານຄວາມປອດໄພໃຫ້ແກ່ການທ່ອງທ່ຽວ, ການປຸງແຕ່ງອາຫານ, ການຂຽນແຜນອື່ນໆ ແລະ ຈັດຝຶກອົບຮົມໃຫ້ແກ່ພະນັກງານ ທີ່ຮັບຜິດຊອບ ວຽກງານທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ ໃນການເຮັດໜ້າທີ່ບໍລິການສັງຄົມ, ການເກັບກຳສະຖິຕິການທ່ອງທ່ຽວ, ປັບປຸງຂອດບໍລິການ, ບ້ານພັກ, ໂຮງແຮມ, ຮ້ານອາຫານ, ຫົວໜ່ວຍທຸລະກິດນຳທ່ຽວ, ພາຫະນະຮັບ ໃຊ້ໃຫ້ແກ່ການທ່ອງທ່ຽວ, ການສ້າງເງື່ອນໄຂສົ່ງເສີມການທ່ອງທ່ຽວ ໂດຍສະເພາະການທ່ອງທ່ຽວ ເຊື່ອມຕໍ່ລະຫວ່າງແຂວງກັບ ແຂວງ ແລະ ບັນດາປະເທດໃກ້ຄຽງທີ່ມີການພົວພັນກັນຜ່ານມາ ລວມເຖິງການ ປູກຈິດສຳນຶກ ເຮັດໃຫ້ສັງຄົມໄດ້ເຂົ້າໃຈບົດບາດ, ຄວາມສຳຄັນຂອງການທ່ອງທ່ຽວ ແລະ ອື່ນໆ.
Editor: ຂ່າວສານປະເທດລາວ