ທ່ານ ຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ຖະແຫຼງຂ່າວເມື່ອບໍ່ດົນມານີ້ວ່າ: ກ່ຽວກັບແຜນເປີດປີທ່ອງທ່ຽວລາວ 2018 ນັ້ນ ປະກອບມີແຫຼ່ງທ່ອງທ່ຽວ ແລະ ກິດຈະ ກຳການທ່ອງທ່ຽວທີ່ໜ້າສົນໃຈ ເຊັ່ນ: ເຮືອນເທິງຕົ້ນໄມ້ທີ່ສູງທີ່ສຸດ (ໃນປ່າສະຫງວນແຫ່ງຊາດນໍ້າກ່ານ), ເທດສະການດອກງິ້ວບານ, ການລ່ອງເຮືອປະເພດຕ່າງໆຕາມສາຍນໍ້າຂອງ ແລະ ແຫຼ່ງທ່ອງທ່ຽວອື່ນໆ. ເຊິ່ງໃນແຕ່ລະປີສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງບໍ່ແກ້ວເປັນຈໍານວນຫຼວງຫຼາຍ.
ດ້ວຍຈຸດພິເສດທາງດ້ານທີ່ຕັ້ງ ແລະ ທ່າແຮງທາງດ້ານທໍາມະຊາດຂອງດອນຊາວ ທີ່ຢູ່ກາງແມ່ນໍ້າຂອງບໍລິເວນຊາຍແດນຂອງສາມປະເທດ ລາວ-ໄທ-ມຽນມາ ເຊິ່ງເອີ້ນວ່າ “ສາມຫຼ່ຽມຄໍາ” ທີ່ລືຊື່ມາແຕ່ດົນນານ, ໄດ້ມີຕົ້ນງິ້ວປ່າທີ່ດົກໜາ ເປັນພັນໆຕົ້ນຢັ່ງຢາຍຢູ່ໃນເນື້ອທີ່ປະມານ 40 ເຮັກຕາ, ພໍຮອດລະດູໜາວ ດອກງິ້ວໄດ້ເບັ່ງບານແດງເຮືອງຮຸ່ງໄປທົ່ວດອນ; ເມືອງຕົ້ນເຜິ້ງ ໄດ້ຈັດສັນດອນທີ່ງົດງາມແຫ່ງນີ້ ກາຍເປັນ ແຫຼ່ງທ່ອງທ່ຽວດຶງດູດເອົານັກທ່ອງທ່ຽວເຂົ້າມາທຽ່ວຊົມນັບມື້ນັບຫຼາຍຂຶ້ນ ຈຶ່ງໄດ້ມີແນວຄິດລິເລີ່ມຈັດງານດອກງິ້ວບານມາແຕ່ປີ 2000; ນັບແຕ່ນັ້ນມາຮອດຍາມດອກງິ້ວເບັ່ງບານ ໃນລະຫວ່າງທ້າຍເດືອນມັງກອນ ຫາ ເດືອນກຸມພາ ຈຶ່ງໄດ້ຈັດໃຫ້ມີ “ງານເທດສະການດອກງິ້ວບານ” ທຸກໆປີ.
ໃນປີທ່ອງທ່ຽວລາວ ປີ 2018 ນີ້, ແຂວງໄດ້ກຳນົດເອົາເທດສະການດອກງິ້ວບານ ເຂົ້າຢູ່ໃນກິດຈະກຳປີທ່ອງທ່ຽວລາວ 2018; ສະນັ້ນ, ການຈັດງານປີນີ້ ຈຶ່ງມີລັກສະນະພິເສດກວ່າທຸກໆປີ ເພື່ອຍົກລະດັບການຈັດງານເທດສະການດອກງິ້ວບານ ແລະ ງານເທດສະການຕ່າງໆ ໃຫ້ກາຍເປັນປະເພນີທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ. ງານເທດສະການດອກງິ້ວບານ ຄັ້ງທີ 18 ເປັນກິດຈະກຳໜຶ່ງຂອງປີທ່ອງທ່ຽວລາວ 2018; ສະນັ້ນ ການຈັດງານປີນີ້ ຄາດວ່າຈະຈັດໃຫ້ມີຄວາມຄຶກຄື້ນກວ່າທຸກໆປີ, ໂດຍຈະເຊີນແຂກການນຳລະດັບສູງຈາກສູນກາງ, ຕ່າງແຂວງ, ຕ່າງປະເທດ ເປັນຕົ້ນແຂວງ ເຊີນລາ, ດຽນບຽນ ສສ ຫວຽດນາມ, ແຂວງຢູນນານ, ກິ່ງແຂວງສິບສອງພັນນາ ສປ ຈີນ, ຈັງຫວັດຊຽງຮາຍ, ຊຽງໃໝ່ ປະເທດໄທ ແລະ ແຂວງທ່າຂີ້ເຫຼັກ ປະເທດມຽນມາເຂົ້າຮ່ວມງານ.
ສໍາລັບກິດຈະກໍ່ກໍ່ມີຫຼາກຫຼາຍ ເຊັ່ນວ່າ: ງານວາງສະແດງ-ຈໍາໜ່າຍສິນຄ້າ, ວາງສະແດງຜົນງານ ແລະ ປະກວດອາຫານ ເລີ່ມແຕ່ວັນທີ 23 ໄປຈົນຮອດວັນທີ 29 ມັງກອນ 2018; ການປະກວດນາງສາວດອກງິ້ວບານ ເລີ່ມແຕ່ວັນທີ 28-29 ມັງກອນ 2018; ຍ່າງສະແດງການແຕ່ງ, ການສະແດງສີລະປະວັນນະຄະດີ, ການແຂ່ງຂັນກິລາພື້ນເມືອງ (ງົວຊົນງົວ, ມ້າຊົນມ້າ, ດຶງເຊືອກ ແລະ ອື່ນໆ), ການແຂ່ງຂັນກິລາມວຍ (ລາວ-ໄທ-ຈີນ) ແລະ ການຈັດເວທີພົບປະລະຫວ່າງຜູ້ປະກອບການທາງດ້ານທຸລະກິດພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ.
Editor: ເສດຖະກິດ-ການຄ້າ