ຫນອງຟ້າ ອີກຫນື່ງແຫລ່ງທ່ອງທ່ຽວ ທີ່ຢູ່ເທິງພູສູງ, ຕັ້ງຢູ່ໃນພື້ນທີ່ຂອງເມືອງຊານໄຊ, ແຂວງອັດຕະປື ໃກ້ກັບຊາຍແດນ ປະເທດຫວຽດນາມ ທີ່ຍັງລໍຄອຍການມາຢ້ຽມຢາມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຫນອງຟ້າ ເປັນອ່າງນຳ້ຈືດ ຫລື ຈະເອີ້ນວ່າ ທະເລສາບກໍ່ວ່າໄດ້ ທີ່ມີພື້ນທີ່ກວ້າງຂວາງພໍສົມຄວນ ທີ່ເກີດຈາກທຳມະຊາດ ຊຶ່ງມີຄວາມຍາວ ແລະ ກວ້າງປະມານ 1 ກິໂລແມັດ, ແຕ່ວ່າມີຄວາມເລິກເທົ່າໃດນັ້ນ ຍັງບໍ່ມີການສຳຫລວດໄດ້ເທື່ອ. ຊຶ່ງຕາມການສັນນິຖານ ຫນອງຟ້າ ອາດເກີດຂື້ນຍ້ອນ ສະຖານທີແຫ່ງນີ້ເມື່ອກ່ອນອາດເປັນປາກປ່ອງພູໄຟເກົ່າ ທີ່ລະເບີດແລ້ວ ຫລື ຖືກອຸກະບາດຕຳໂລກ ແຕ່ວ່າກໍ່ເປັນພຽງການສັນນິຖານເທົ່ານັ້ນ ກໍ່ຍັງບໍ່ມີໃຜພິສູດໄດ້.
ແລະ ຖ້າໃຜທີ່ໄດ້ມີໂອກາດເດີ່ນທາງໄປແຂວງອັດຕະປື ກໍ່ລອງຫາເວລາ ເດີ່ນທາງໄປແວ່ຊົມຄວາມງາມ ຂອງ ຫນອງຟ້າ ລອງເບິ່ງ ຊຶ່ງເປັນອີກແຫລງທ່ອງທ່ຽວທາງທຳມະຊາດອີກແຫ່ງຫນຶ່ງຂອງແຂວງອັດຕະປື.
Editor: ຂ່າວແຂວງອັດຕະປື