ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ເວົ້າສະເພາະກໍ່ເພື່ອເປັນການກຽມຄວາມພ້ອມທີ່ແຂວງຈຳປາສັກ ກະກຽມເປີດລະດູການທ່ອງທ່ຽວທີ່ຈະໄດ້ໄຂຂື້ນຢ່າງຍິງໃຫ່ຍໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍຜົນສຳເລັດຢ່າງຈົບງາມ. ໃນລະຫວ່າງ ວັນທີ 10 – 13 ພະຈິກ 2017 ຜ່ານມານີ້: ກຸ່ມບໍລິການເຮືອນພັກໂຮມສະເຕ (Homstay) ບ້ານດອນໂຄ, ເມືອງຊະນະສົມບູນ ແຂວງຈຳປາສັກ.ໄດ້ສຳເລັດການເຄື່ອນໄຫວທັດສະນະສຶກສາເພື່ອຖອດຖອນບົດຮຽນກຽວກັບວຽກງານບໍລິການທ່ອງທ່ຽວຢູ່ທີ່ກຸ່ມບໍລິການທ່ອງທ່ຽວເຮືອນພັກໂຮມສະເຕ ( Homstay ) ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ເຊີ່ງໃຫ້ກຽດນໍາພາຂະບວນການໃນຄັ້ງນີ້:ແມ່ນ ທ່ານ ສຸລິຈັນ ສົມບັດດວງ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ແລະ ຄະນະ ມີຫົວໜ້າຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນ,ສະມາຊິກກຸ່ມບໍລິການເຮືອນພັກໂຮມສະເຕບ້ານພັດທະນາດອນໂຄ ເຂົ້າຮ່ວມທັງໝົດ 20 ທ່ານ. ໃນການເຄື່ອນໄຫວທັດສະນະສຶກສາຄັ້ງນີ້: ຄະນະກຸ່ມບໍລິການທ່ອງທ່ຽວບ້ານດອນໂຄ-ໄດ້ຮັບການຕ້ອນຮັບຈາກ ທ່ານ ແສງດາວ ວົງພະຈັນ ນາຍບ້ານ ບ້ານພັດທະນາ ນາດ້ວງ ທັງເປັນຜູ້ຮັບຜິດຊອບກຸ່ມໂຮມສະເຕບ້ານນາດ້ວງ ພ້ອມດ້ວຍສະມາຊິກຢ່າງອົບອຸ່ນ ພ້ອມນີ້ຍັງໄດ້ຮັບ -ຟັງການລາຍງານຮູບແບບການຄຸ້ມຄອງ,ບໍລິຫານຈັດການກ່ຽວກັບວຽກງານດ້ານການບໍລິການທ່ອງທ່ຽວກຸ່ມເຮືອນພັກແຮມໂຮມສະເຕໂດຍປະຊາຊົນມີສ່ວນຮ່ວມທັງສອງຝາຍຢ່າງຮອບດ້ານ, ນອກຈາກນັ້ນພາຍໃນກິດຈະກຳຄະນະກຸ່ມບໍລິການທ່ອງທ່ຽວບ້ານດອນໂຄ ຍັງໄດ້ໄປທັດສະນະທ່ຽວຊົມແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ມີຊື່ສຽງໃນຕົວເມືອງວັງວຽງຫຼາຍແຫ່ງອິກດ້ວຍ.
ທ່ານ ບຸນຖຳ ຈັນທະລາດ ໜຶ່ງໃນຕົວແທນບັນດາສະມາຊິກກຸ່ມເຮືອນພັກໂຮມສະເຕບ້ານດອນໂຄ ໄດ້ກ່າວສະແດງຄວາມຮູ້ບຸນຄຸນນຳພາພາກສ່ວນຕ່າງໆໂດຍສະເພາະພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ນຳພາທີມງານ ກຸ່ມເຮືອນພັກໂຮມສະເຕ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ໂອກາດເຄື່ອນໄຫວທັດສະນະສຶກສາກຸ່ມເຮືອນພັກແຮມໂຮມສະເຕທີ່ບ້ານນາດ້ວງ ເມືອງວັງວຽງ, ແຂວງວຽງຈັນ ເພື່ອຈະນຳມາໝູນໃຊ້ເຂົ້າໃນການສົງເສີມວຽກງານການບໍລິການທ່ອງທ່ຽວ ຢູ່ແຂວງຈຳປາສັກ ເວົ້າສະເພາະເຮືອນພັກໂຮມສະເຕ ບ້ານດອນໂຄ ເມືອງຊະນະສົມບູນ ໃຫ້ໄດ້ຮັບການພັດທະນາດີຂື້ນຢ່າງຕໍ່ເນື່ອງ ແລະ ຍືນຍົງ.
Editor: ກຳປານາດ ລັດຖະເຮົ້າ