ຖໍ້າກອງລໍ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ມີຄວາມໂດດເດັ່ນ ແລະ ສວຍງາມທີ່ສຸດ, ເປັນເຂດທີ່ມີອາກາດສົດຊື່ນ ແລະ ປອດໂປ່ງດີ, ສະຖານທີ່ຖໍ້າກອງລໍ ແມ່ນຕັ້ງຢູ່ເຂດບ້ານກອງລໍ ແລະ ບ້ານນາຕານ ເມືອງຄຸນຄໍາ, ແຂວງຄໍາມ່ວນ ສະຖານທີ່ດັ່ງກ່າວ ຫ່າງຈາກເທດສະບານເມືອງ 40 ກວ່າຫລັກ, ມີເສັ້ນທາງໄປມາ ສະດວກສະບາຍ.
ພາຍໃນຖໍ້າ ມີຄວາມງົດງາມດ້ວຍຫີນງອກ-ຫີນຍ້ອຍ ແລະ ມີຫາດຊາຍ, ມີອາກາດເຢັນ ເພາະມີສາຍນໍ້າໄຫລຜ່ານ, ການເຂົ້າຢ້ຽມຊົມຖໍ້າ ແມ່ນຕ້ອງໄດ້ຂີ່ເຮືອເຂົ້າໄປ ໃຊ້ເວລາ ປະມານ 15-20 ນາທີ. ຕາມການບອກເລົ່າຂອງປະຊາຊົນ ໃນບ້ານກອງລໍ ວ່າ: ຖໍ້າກອງລໍ ດັ່ງກ່າວ ເກີດມາຈາກສາຍນໍ້າຫີນບູນ ໄຫລລອດພູ ແລະ ໃນປະຈຸບັນ ສາຍນໍ້າດັ່ງກ່າວ ຍັງໄຫລຢູ່ ສໍາລັບພາຍໃນຖໍ້າ ແມ່ນມີຄວາມອັດສະຈັນແທ້, ມີຄວາມສວຍງາມ ແລະ ຕົບແຕ່ງດ້ວຍທໍາມະຊາດ ລະດູການທ່ອງທ່ຽວທີ່ດີທີ່ສຸດແມ່ນໃນຍາມແລ້ງ ເພາະນໍ້າບໍຫລາຍ ເຮັດໃຫ້ເຫັນທັດສະນິຍະພາບດ້ານໃນຖໍ້າ ໄດ້ຢ່າງຊັດເຈນ.
ເມື່ອບໍ່ດົນມານີ້ ຖໍ້າກອງລໍ ຍັງໄດ້ຮັບລາງວັນມາດຕະຖານອາຊຽນ ເຊີ່ງການໄດ້ຮັບລາງວັນດັ່ງກ່າວ ແມ່ນໄດ້ອິງໃສ່ 8 ມາດຕະຖານຕົວວັດແທກ ຄື:
- ມາດຕະຖານດ້ານການເປັນເຈົ້າຂອງ ແລະ ການຄຸ້ມຄອງຂອງປະຊາຊົນ
- ການປະກອບສ່ວນໃຫ້ແກ່ສັງຄົມ,
- ການມີສ່ວນຮ່ວມໃນການອະນຸລັກຮັກສາສະພາບແວດລ້ອມ,
- ດ້ານການຊຸກຍູ້ສົ່ງເສີມ ໃຫ້ມີການແລກປ່ຽນ ລະຫວ່າງ ນັກທ່ອງທ່ຽວ ແລະ ຊຸມຊົນທ້ອງຖີ່ນ,
- ດ້ານການບໍລິການທ່ອງທ່ຽວ ແລະ ການບໍລິການນໍາທ່ຽວທີ່ມີຄຸນນະພາບ,
- ດ້ານການຮັບປະກັນຄຸນນະພາບການບໍລິການອາຫານ ແລະ ເຄື່ອງດື່ມ,
- ດ້ານຮັບປະກັນຄຸນນະພາບສະຖານທີ່ພັກເຊົາ ແລະ
- ມາດຕະຖານດ້ານຮັບປະກັນການຈັດຕັ້ງປະຕິບັດ ຂອງຜູ້ປະກອບການທຸລະກິດການທ່ອງທ່ຽວ
ຜ່ານການປະເມີນເຫັນວ່າ: ບ້ານດັ່ງກ່າວແມ່ນມີເງື່ອນໄຂພັດທະນາໃຫ້ເປັນບ້ານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ລະດັບອາຊຽນໄດ້ ເນື່ອງຈາກບ້ານກອງລໍ ແມ່ນມີທ່າແຮງດ້ານຊັບພະຍາກອນທໍາມະຊາດ ທີ່ອຸດົມສົມບຸນ ປະຊາຊົນພາຍໃນບ້ານ ໃຫ້ຄວາມສໍາຄັນ ແລະ ເຫັນຜົນປະໂຫຍດ ຕໍ່ຊຸມຊົນ ໂດຍມີການດໍາເນີນງານທີ່ຖືກຕ້ອງ ແລະ ເປັນລະບົບ.
Editor: ກຳປານາດ ລັດຖະເຮົ້າ