ຈຸດໂພກັດຂອງການທ່ອງທ່ຽວໃນມື້ນີ້ແມ່ນຢູ່ ທີ່ເມືອງຮ້ຽມ, ແຂວງຫົວພັນ. ເຮົາມາເວົ້າເຖິງ ບໍ່ນ້ຳຮ້ອນ ທີ່ເມືອງຮ້ຽມ, ແຂວງຫົວພັນ ແມ່ນເປັນອີກຫນຶ່ງສະຖານທີ່ທ່ອງທ່ຽວ ທີ່ຫນ້າສົນໃຈ ເພາະບໍ່ນ້ຳຮ້ອນແຫ່ງນີ້ ຕາມການແນະນຳຈາກເຈົ້າຫນ້າທີ່ຮັບຜິດຊອບ ລາຍງານວ່າ: ມີອຸນຫະພູມສູງ ເກືອບ 100 ອົງສາ, ຮ້ອນກວ່າບໍ່ນ້ຳຮ້ອນໃນແຫ່ງອື່ນໆ ແລະ ສາມາດຕົ້ມໄຂ ແລະ ອາຫານປະເພດອື່ນໆສຸກໄດ້ແບບສະບາຍ. ສະຖານທີ່ແຫ່ງນີ້ ແມ່ນມີຄວາມສວຍງາມ ເພາະຍັງມີການປົກຄຸມດ້ວຍປ່າໄມ້ ທີ່ຂຽວງາມ ເຊິ່ງນອນໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ເຊີ່ງເປັນເຂດປ່າສະຫງວນແຫ່ງຊາດ ທີ່ຍັງມີສັດສາ-ວາສິ່ງຫວງຫ້າມອາໃສຢູ່ຫລາຍ.
ບໍ່ນ້ຳຮ້ອນ ເມືອງຮ້ຽມ ຜ່ານມາແມ່ນໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມແລ້ວ ດົນພໍສົມຄວນ ເປີດໃຫ້ບໍລິການນັບແຕ່ 7 ໂມງເຊົ້າ ຈົນເຖິງ 19 ໂມງແລງ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນແຂວງ ແລະ ແຂວງໃກ້ຄຽງ, ນັກທ່ອງທ່ຽວຕ່າງປະເທດແມ່ນມີສ່ວນນ້ອຍ ເພາະການໂຄສະນາປະຊາສຳພັນ ຍັງບໍ່ທົ່ວເຖີງ. ສະຖານທີ່ແຫ່ງນີ້ ແມ່ນສາມາດເດີນທາງໄປທ່ຽວຊົມໄດ້ຕະຫລອດປີ ແລະ ໄລຍະທີ່ມີນັກທ່ອງທ່ຽວຫລາຍທີ່ສຸດ ໃນລະດູຫນາວ. ນອກຈາກຈະໄດ້ສຳຜັດກັບຄວາມອຸ່ນ, ຄວາມຮ້ອນຂອງບໍ່ນ້ຳຮ້ອນແຫ່ງນີ້ ສີ່ງອຳນວຍຕ່າງໆ ຍັງມີຄວາມສະດວກສະບາຍ ເຊັ່ນ,: ຫ້ອງນ້ຳ, ບ່ອນນັ່ງພັກຜ່ອນ, ບ່ອນຮັບປະທານອາຫານ ແລະ ອື່ນໆ. ສຸດທ້າຍກໍ່ຂໍຝາກເຖິງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫາກໄດ້ເດີນທາງໄປຢ້ຽມຢາມແຂວງຫົວພັນ ໃຫ້ຖືເອົາໂອກາດນີ້ ແວ່ໄປທ່ຽວຊົມສຳຜັດ ກັບຄວາມພິເສດ ຂອງສະຖານທີ່ແຫ່ງນີ້ ບໍ່ນ້ຳຮ້ອນ ເມືອງຮ້ຽມ. ເສັ້ນທາງໄປແມ່ນສະດວກສະບາຍ.
Editor: ກຳປານາດ ລັດຖະເຮົ້າ