ໃນວັນທີ 10 ພະຈິກ 2017 ນີ້, ທີ່ສູນກາງຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ໄດ້ມີພິທີເປິດງານເທດສະການ Grand Beauty Fest 2017 ຫລື ເທດສະການສຸຂະພາບ ແລະ ຄວາມງາມ ຂື້ນຢ່າງເປັນທາງການ ເຊີ່ງງານດັ່ງກ່າວ ແມ່ນໄດ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 10-12 ພະຈິກ 2017 ນີ້. ພາຍໃນງານ ເຂົ້າຮ່ວມເປັນປະທານປະກອບດ້ວຍຫລາຍທ່ານ ຈາກຫລາຍພາກສ່ວນ ແຂກຖືກເຊີນ ແລະ ລູກຄ້າ ລວມເຖິງບັນດາສື່ມວນຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ງານດັ່ງກ່າວ ເຂົ້າຮ່ວມເປັນປະທານເປີດ ມີ ທ່ານ ນະວັດ ອິດສະລະໄກສິນ ແລະ ທ່ານ ສົມບັດ ສີລິພອນວິທະຍາ ຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ນອກຈາກນັ້ນເຂົ້າຮ່ວມຍັງມີບັນດາຫົວຫນ່ວຍທຸລະກິດຈາກແບຣນ ທີ່ມີຊື່ສຽງ ດ້ານຄວາມງາມ ແລະ ຜະລິດຕະພັນຄວາມງາມ ຈາກເພື່ອບ້ານ ເຂົ້າຮ່ວມ. ທ່ານ ນະວັດ ອິດສະລະໄກສິນ ກ່າວວ່າ, ງານ Grand Beauty Fest 2017 ຫລື ເທດສະການສຸຂະພາບ ແລະ ຄວາມງາມ ເຖິງຈະເປັນງານນ້ອຍໆ ແຕ່ກໍ່ເປັນຈຸດເລີ່ມຕົ້ນທີ່ດີງາມ ໃນການແລກປ່ຽນສິນຄ້າ ເຊີ່ງກັນ ແລະ ກັນ, ພ້ອມທັງໃຫ້ຄໍາປືກສາທາງດ້ານສຸຂະພາບ ແລະ ຄວາມງາມ ແລະ ງານຄັ້ງນີ້ ແມ່ນໄດ້ຈັດຂື້ນພຽງ 3 ວັນ ນັບແຕ່ວັນທີ 10-12 ພະຈິກ 2017 ທີ່ສູນການຄ້າວຽງຈັນເຊັນເຕີ, ຄວາມງາມທີ່ສາມາດຕົບແຕ່ງໄດ້ ທັງພາຍໃນ ແລະ ພາຍນອກ, ທັງງາມ ແລະ ຍັງສ້າງລາຍຮັບ ງານ Grand Beauty Fest 2017 ມີຄໍາຕອບໃຫ້ທ່ານ, ການຈັດງານ Grand Beauty Fest ຍັງເປັນການຈັດສະແດງ ແລະ ປະຊາສໍາພັນຜະລິດຕະພັນຄວາມງາມ ເຊີ່ງເປັນເວທີເຈລະຈາ ລະຫວ່າງຜູ້ປະກອບການ ແລະ ຜູ້ບໍລິໂພກ ຂອງ ສອງປະເທດ ລາວ-ໄທ, ງານ Grand Beauty Fest ຄັ້ງນີ້ ຍັງມີການເດີນແບບເທິງເວທີ ຈາກສາວງາມເວທີການປະກວດ ມິສແກຣນລາວ 2017 ແລະ ບັນດານາງສາວງາມ ຈາກມິສແກຣນໄທ ຮ່ວມເດີນແບບອວດໂສມງາມ ໃຫ້ກັບບັນດາແຂກທີ່ຮ່ວມພາຍໃນງານ.
Editor: ກຳປານາດ ລັດຖະເຮົ້າ