ການທ່ອງທ່ຽວຟາມພູຕາເວັນ, ປີຜ່ານມາ ແມ່ນໄດ້ຮັບຜົນສໍາເລັດຫລາຍສົມຄວນ ມວນຊົນໄດ້ໃຫ້ຄວາມສົນໃຈ ເດີນທາງມາທ່ຽວຊົມເປັນຂະບວນຄຶກຄື້ນ ໃນແຕ່ລະວັນ ຖືວ່າເປັນຜົນສໍາເລັດທີ່ຫນ້າພາກພູມໃຈ ແລະ ເພື່ອຕອບສະຫນອງ ກັບຄວາມຮຽກຮ້ອງຕ້ອງການໃຫມ່ ໃນປີນີ້ ຟາມພູຕາເວັນແມ່ນຈະໄດ້ເປີດໃຫ້ເຂົ້າຊົມຢ່າງເປັນທາງການ ໃນຕົ້ນເດືອນ ທັນວາ 2017 ເປັນຕົ້ນໄປ ແກ່ຍາວໄປຈົນເຖິງ ທ້າຍເດືອນມີນາ 2018. ແລະ ເມື່ອບໍ່ດົນມານີ້ ທີ່ຟາມພູຕາເວັນ ໄດ້ມີການຈັດງານຖະແຫລງຂ່າວ ຕໍ່ສື່ມວນຊົນ ງານຖະແຫລງຂ່າວ ຄັ້ງນີ້ໂດຍໄດ້ການຮ່ວມມື ຈາກກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ລວມທັງບັນດາສື່ມວນຊົນ ຈາກທຸກພາກສ່ວນເຂົ້າຮ່ວມ.
ສໍາລັບກິດຈະກໍາ ພາຍໃນໂາມພູຕາເວັນ ໃນປີນີ້ ແມ່ນຈະມີຫລາຍກິດຈະກໍາ ທີ່ຫນ້າສົນໃຈ ເພາະປີນີ້ ທາງຟາມພູຕາເວັນ ແມ່ນໄດ້ຮ່ວມມືກັບບ້ານນາ ໃນການນໍາເອົາຊ້າງ ມາບໍລິການແກ່ ມວນຊົນ ພ້ອມ, ນອກຈາກນີ້ ຍັງມີຫລາຍກິດຈະກໍາ ທີ່ຫນ້າສົນໃຈ ເຊັ່ນ: ການທ່ຽວຊົມສວນດອກຕາເວັນ, ການສຶກສາເບີ່ງສວນຜັກ, ສວນຫມາກເມດອນ, ສັດລ້ຽງ, ການຕັ້ງແຄ້ມປິກນິກ ຄ້າງຄື້ນ, ນອກນີ້ ຍັງມີການສໍາມະນາ ໃນຫົວຂໍ້ຕ່າງໆ ໃນແຕ່ລະວັນ.
ການທ່ອງທ່ຽວໃນປີນີ້ ພິເສດ ໄດ້ມີການຈັດທ່ອງທ່ຽວແບບເຊື່ມໂຍງ ເມືອງປາກງື່ມ ຫາ ບໍລິຄໍາໄຊ ຕາມແລວທາງແມ່ນໍ້າຂອງ ເພື່ອດຶງດູດເອົານັກທ່ອງທ່ຽວ ໃຫ້ຫລາຍຂື້ນ ເຊັ່ນ: ທ່ຽວຟາມພູຕາເວັນ ແລ້ວພາຍເຮືອຄະຍັກ ລຽບຕາມສາຍນໍ້າງື່ມ, ຢ້ຽມຊົມສະຖານທີ່ບູຮານເກົ່າແກ່ ໃນຫລາຍໆຈຸດ ທາງດ້ານວັດທະນະທໍາ ແລະ ທໍາມະຊາດ ໃນແຂວງບໍລິຄໍາໄຊ ເປັນຕົ້ນ ກາບນະມັດສະການພະທາດພະບາດໂພນສັນ, ທ່ຽວຊົມຕາດຊາຍ, ຊົມວິຖີຊີວິດຂອງປະຊາຊົນບ້ານໃກ້ຄຽງ. ແລະ ອື່ນໆ
ສະເພາະຟາມພູຕາເວັນ ໃນປີນີ້ ໄດ້ຕັ້ງເປົ້າວ່າຈະດຶງດູດນັກທ່ອງທ່ຽວໃຫ້ເດີນທາງມາຢ້ຽມຊົມຟາມ ໃຫ້ໄດ້ 1 ລ້ານຄົນ, ເຊີ່ງກາງເດືອນພະຈິກ ແມ່ນຈະເລີ່ມເປີດທົດລອງ ແລະ ຕົ້ນເດືອນທັນວ່າ ແມ່ນຈະເປີດຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ