ໂດຍອິງຕາມ ແຜນໂຄງການປີທ່ອງທຽ່ວລາວ 2018 ຂອງກະຊວງ ຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ເລກທີ 246/ຖວທ ລົງວັນທີ 26 ເມສາ 2017 ແລະ ນິຕິກໍາທີ່ກຽ່ວຂ້ອງ ດັ່ງນັ້ນມາໃນຕອນບ່າຍຂອງວັນ 06 ພະຈິກ 2017 ຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ໄດ້ດໍາເນີນກອງປະຊຸມ ປະກາດຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 832 ແລະ 833/ຂບຊ ລົງວັນທີ 06 ພະຈິກ 2017 ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ອະນຸກຳມະການຮັບຜິດຊອບ ການຈັດປີທ່ອງທຽ່ວລາວ 2018 ທີ່ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ,ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ-ສັງຄົມ, ທັງເປັນປະທານຈັດງານ. ມີ ທ່ານ ເຄນ ລໍມະນີ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ຮອງປະທານຈັດງານທັງເປັນຫົວໜ້າອະນຸກຳມະການເນື້ອໃນ, ກອງເລຂາ ແລະ ພິທີການ, ມີພາກສ່ວນທີ່ກຽ່ວຂ້ອງທີ່ຖືກແຕ່ງຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດງານທ່ອງທຽ່ວລາວປີ 2018 ທີ່ແຂວງບໍລິຄຳໄຊ ຈະຈັດຂື້ນຢູ່ເມືອງທ່າພະບາດ ໃນງານນະມັດສະການ ບຸນພະບາດ-ໂພນສັນ ໃນ ລະຫວ່າງວັນທີ 23-31 ທັນວາ 2017 ແລະ 01 ມັງກອນ 2018 ໃນງານຈະມີກິດຈະກໍາຫຼາຍຢ່າງເຊັນວ່າ: ກິດຈະກໍາປີທ່ອງທຽ່ວລາວ 2018,ງານຕະຫຼາດນັດ-ວາງສະແດງສິນຄ້າ ຫັດຖະກຳ, ອຸດສະຫະກຳ ແລະ ຜະລິດຕະພັນການທ່ອງທຽ່ວ,ທຽ່ວຊົມງານວາງສະແດງ ແລະ ການໄຫ້ວຮອຍພະບາດ, ງານບຸນນະມັດສະການພະບາດ-ໂພນສັນ ແລະ ງານໃສ່ບາດພະບາດ-ໂພນສັນ ຈະໃຊ້ເວລາ 9 ວັນເຕັມ, ພາຍໃຕ້ຄຳຂວັນທີ່ວ່າ: ໄປທ່ອງທ່ຽວບໍລິຄຳໄຊ ນໍ້າໃຈມິດຕະພາບ, ດິນແດນກຸຫຼາບ ກາບພະບາດໃຫຍ່ໂພນສັນ, ອາຍຸໝັ້ນ ພັນພັນປີ.
ຈຸດປະສົງກໍ່ເພື່ອເປັນການເສີມຂະຫຍາຍ ແລະ ສົ່ງເສີມປີທ່ອງທຽ່ວລາວ 2018 ໃຫ້ກວ້າງຂວາງ, ຊຸກຍູ້ບຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທຽ່ວຂອງແຂວງ ທີ່ຖືເອົາ ການທ່ອງທຽ່ວ ທຳມະຊາດ, ວັດທະນາທຳ ແລະ ປະຫວັດສາດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ-ຕໍ່ເນື່ອງ, ເປັນການພັດທະນາການທ່ອງທຽ່ວໃຫ້ກາຍເປັນອຸດສະຫະກຳການທ່ອງທຽ່ວ, ເປັນການດຶງດູດນັກທ່ອງທຽ່ວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂື້ນ,ໃຫ້ຄຽງຄູ່ກັບການພັດທະນາຂະແໜງການອື່ນໆ ແລະ ເປັນການສົ່ງເສີມຜະລິດຕະພັນຫັດຖະກຳ, ກະສິກຳ ແລະ ການປຸງແຕ່ງ ເພື່ອເຮັດໃຫ້ຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່ານັບມື້ນັບດີຂື້ນ.
ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ອະນຸກຳມະການດ້ານຕ່າງໆ ທີ່ຖືກແຕ່ງຕັ້ງຈົ່ງໄດ້ມີຄວາມຮັບຜິດຊອບສູງຕໍ່ບັນດາໜ້າວຽກຂອງຕົນ,ຂື້ ນແຜນງົບປະມານ. ກໍານົດແຜນກິດຈະກໍາ, ແຜນດໍາເນີນງານບັນດາໜ້າວຽກຂອງຕົນໃຫ້ລະອຽດ, ຈະແຈ້ງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ
ທີມຂ່າວ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ