2018 ເປັນປີທ່ອງທ່ຽວລາວ ແລະ ສິ່ງທີ່ໂດດເດັ່ນ ຫນ້າສົນໃຈ ກໍ່ຄືວຽກງານການທ່ອງທ່ຽວ ສະນັ້ນ, ການທ່ອງທ່ຽວ ຖືວ່າເປັນຫົວໃຈຫລັກ ເພື່ອເຮັດແນວໃດຈະເປັນການດຶງດູດເອົານັກທ່ອງທ່ຽວມາຢ້ຽມຢາມ ປະເທດລາວເຮົາ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້. ເພື່ອເປັນການສອດຄ່ອງກັບແນວທາງນະໂຍບາຍ ໃນການເປີດປີທ່ອງທ່ຽວລາວ 2018 ເມື່ອບໍ່ດົນມານີ້ ທີມງານລາຍການ ໄດ້ມີໂອກາດເດີນທາງ ໄປທີ່ສວນພຶກສາ ທີ່ບ້ານດ້ານຊີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ແລະ ໄດ້ສໍາພາດ ທ່ານ ພູວົງ ພະມີສິດ ເຊີ່ງເປັນເຈົ້າຂອງສວນພຶກສາ ແຫ່ງນີ້, ທ່ານໄດ້ເປີດໃຈ ເຖິງຫລາຍເລື່ອງລາວ ແລະ ຫລາຍປະເດັ່ນ ກ່ຽວກັບແຮງບັນດາໃຈໃນການສ້າງສວນພຶກສາ ວ່່າ: ຈາກປະສົບການໃນການທ່ອງທ່ຽວ ທີ່ຕ່າງປະເທດ ເກີດມີແນວຄວາມຄິດ ທີ່ດີ ນໍາມາສ້າງສວນ ເພື່ອໃຫ້ກາຍເປັນອີກຫນຶ່ງສະຖານທີ່ທ່ອງທ່ຽວ ທີ່ຫນ້າສົນໃຈ ໃນນະຄອນຫລວງວຽງຈັນ, ໂດຍເບື້ອງຕົ້ນ ເນື້ອທີ່ພຽງ 15 ເຮັກຕາ ແຕ່ມາໃນປະຈຸບັນ ໄດ້ມີການພັດທະນາເພີ່ມຕື່ມ ກາຍມາເປັນ 20 ກວ່າເຮັກຕາແລ້ວ
ສິ່ງທີ່ໂດດເດັ່ນພາຍໃນສວນພຶກສາ ເມື່ອເຂົ້າໄປ ສິ່ງທີ່ປະຈັກຕາ ຄືສວນດອກໄມ້ ທີ່ມີການປູກດອກໄມ້ ຫລາຍສາຍພັນ, ຫລາຍຊະນິດ ແລະ ການຕົບແຕ່ງຢ່າງສວນງາມ, ພ້ອມທັງປະຕິມາກໍາ ຕ່າງໆ ເປັນຕົ້ນ ຮູບປັນໄດ້ໂນເສົາ, ຮູບປັນແບ້ຄໍາ-ນໍາໂຊກ, ນໍ້ຕົກຕາດຈໍາລອງ, ຮູບປັນພະຍານາກ. ນອກຈາກນັ້ນ ຍັງມີຮ້ານ ແລະ ຕູບນັ່ງຫລີ້ນ ຫລື ຮັບປະທານອາຫານ ພັກຜ່ອນ.
ທ່ານ ພູວົງ ພະມີສິດ ກ່າວຕື່ມວ່າ: ປະຈຸບັນ ພາຍໃນສວນ ເພີ່ມກະກຽມຕິດຕັ້ງກໍ່ສ້າງສະໂມສອນ ຂະຫນາດໃຫຍ່ ເຊີ່ງສາມາດຮອງຮັບແຂກ ນັກທ່ອງທ່ຽວ ແລະ ບັນດານັກສືກສາ ທີ່ເດີນທາງມາທັດສະນະສຶກສາ ທີ່ບັນຈຸຄົນໄດ້ສູງສຸດ ປະມານ 200 ຄົນ ແລະ ຍັງໄດ້ມີການກະກຽມລົງມື້ປູກ ດອກຕາເວັນ ແລະ ສະຕໍຣ ເບີລີ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ແລະ ປີໃຫມ່ສາກົນ 2018 ທີ່ຈະມາເຖິງນີ້, ນອກຈາກນັ້ນ ພາຍໃນສວນ ຍັງມີສວນຜັກປອດສານພຶດ, ສວນຫມາກມີລອນ, ມີຫນອງປາ ເຖິງ 8 ຫນອງ ທີ່ສາມາດຕຶກປາໄດ້ ແລະ ສ້າງຄວາມຊຸ່ມເຢັນພາຍໃນສວນ. ມີບ່ອນຖາຍຮູບຕາມຈຸດຕ່າງໆ ແລະ ອື່ນໆ. ການເອົາໃຈໃສ່ທັງໝົດ ເພື່ອເຮັດໃຫ້ສວນແຫ່ງນີ້ ເປັນສວນທີ່ງາມ ແລະ ຫນ້າສົນໃຈ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມ ຫລາຍເທົ່າທີ່ຈະຫລາຍໄດ້, ທ່ານ ພູວົງ ພະມີສິດ ກໍ່ຍັງໄດ້ກ່າວ: ການສ້າງສວນ ແມ່ນບໍ່ສາມາດເຮັດໄດ້ພຽງລໍາພັງ ສໍາຄັນຄືຕ້ອງຮັບຟັງສຽງຂອງຜູ້ມາທ່ຽວຊົມພ້ອມ, ວ່າຄວນໄດ້ຮັບການປັບປຸງສ່ວນໃດ ຫລື ຈາກຜູ້ທີ່ມີປະສົບການ ໄດ້ຮັບຜົນສໍາເລັດມາກ່ອນ, ແລ້ວ ຈີ່ງມີການພັດທະນາໄປເລື້ອຍໆ ເພື່ອໃຫ້ດີຂື້ນ. ສວນພຶກສາ ແມ່ນໄດ້ເປີດໃຫ້ບໍລິການໃນການທ່ຽວຊົມມາໄດ້ດົນພໍສົມຄວນ ແລະ ມີການພັດທະນາໄປເລື້ອຍໆ ໂດຍອາໃສການສະຫນັບສະຫນູນ ຈາກຫລາຍພາກສ່ວນ ລວມທັງອຳນວນການປົກຄອງທຸກຂັ້ນ, ບ້ານ, ເມືອງ ລວມທັງຫນ່ວຍງານຕ່າງໆ ຕະຫລອດຮອດຜູ້ມາທ່ຽວມາຊົມ ນັ້ນຄື ກໍາລັງໃຈ ຂອງເຈົ້າຂອງສວນ ທີ່ມີຄວາມມຸ້ງມາດປາຖະຫນາ.
Editor: ກຳປານາດ ລັດຖະເຮົ້າ