ໃນກອງປະຊຸມປຶກສາຫາລື, ກະກຽມວຽກງາານຮອບດ້ານ ເພື່ອເປີດປີທ່ອງທ່ຽວລາວ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ, ຮອງເຈົ້າແຂວງຫຼວງພະບາງ, ມີຫົວໜ້າພະແນກ ຖະແຫລງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ພະແນກການອ້ອມຂ້າງແຂວງ ແລະ ສະມາຄົມທຸລະກິດທ່ອງທ່ຽວເຂົ້າຮ່ວມ.
ຊຶ່ງການເປີດປີການທ່ອງທ່ຽວລາວ ປີ 2018 ທີ່ແຂວງຫຼວງພະບາງ ເພື່ອເປັນການດຶງດູດ ແລະ ເປີດໂອກາດໃຫ້ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມ, ທ່ຽວຊົມແຂວງຫຼວງພະບາງໃຫ້ຫຼາຍຂື້ນ, ໂດຍໄດ້ຍົກໃຫ້ເຫັນ 4 ຍຸດທະສາດຂອງການເປີດປີທ່ອງທ່ຽວລາວ 2018 ເຊັ່ນ: ປະເທດລາວເປັນປະເທດໜຶ່ງ ທີ່ມີຊັບພະຍາກອນທໍາມະຊາດຫຼາກຫຼາຍແຫ່ງທີ່ສວຍງາມບໍ່ແພ້ຊາດອື່ນໃນໂລກ ເພື່ອຊຸກຍູ້ໃຫ້ຜູ້ປະກອບການທຸລະກິດປູກພືດຜະລິດເປັນສິນຄ້າ ຮອງຮັບດ້ານການບໍລິການແຂກຄົນທີ່ມາຢ້ຽມຢາມ, ທ່ຽວຊົມ ແລະ ພັກເຊົາຢູ່ພາຍໃນແຂວງ, ເພື່ອເປັນການໂຄສະນາໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ເມືອງມໍລະດົກໂລກ.
ກອງປະຊຸມຄັ້ງນີ້ກໍໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຈັດກິດຈະກໍາປີການທ່ອງທ່ຽວລາວ 2018 ຂອງແຂວງຫຼວງພະບາງ. ຈາກນັ້ນ ຄະນະທີ່ຖືກແຕ່ງຕັ້ງໄດ້ຮ່ວມກັນປຶກສາຫາລືກັນກ່ຽວກັບການສ້າງກິດຈະກໍາໃຫ້ຫຼາກຫຼາຍ, ໃນນັ້ນ ຄາດຄະເນວ່າ ອາດຈະມີ 13 ກິດຈະກໍາໃຫຍ່, ເຊິ່ງແຕ່ລະກິດຈະກໍາ ແມ່ນຈະໄດ້ຂະຫຍາຍເປັນບູລິມະສິດ ໃຫ້ແຕ່ລະທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດ ຕາມແຕ່ລະປະເພນີ ແລະ ມູນເຊື້ອຂອງທ້ອງຖິ່ນ ທີ່ເຄີຍມີມາແຕ່ກອ່ນ ລວມທັງກິດຈະກໍາອັນໃໝ່ທີ່ສ້າງຂື້ນ.
Editor: ເສດຖະກິດ-ການຄ້າ