ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ ວ່າ: ລັດຖະບານພວມເລັ່ງກວດຄືນບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ບໍ່ໄດ້ມາດຕະຖານ ແລະ ມີລາຄາສູງເກີນຄວາມເປັນຈິງ ເພື່ອແກ້ໄຂໃຫ້ສອດຄ່ອງຕາມຫລັກການ ແລະ ລະບຽບກົດໝາຍ, ພາຍຫລັງເຫັນວ່າສະພາບການກໍ່ສ້າງເສັ້ນທາງຢູ່ປະເທດເຮົາແມ່ນມີມູນຄ່າສູງ, ຂາດຄຸນນະພາບ ອັນໄດ້ເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ສະເໜີໃຫ້ລັດຖະບານແກ້ໄຂຢ່າງຮີບດ່ວນ.
ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ການກໍ່ສ້າງເສັ້ນທາງໃນຜ່ານມາແມ່ນມີມູນຄ່າສູງເກີນຄວາມເປັນຈິງ ແລະ ຄຸນນະພາບພັດຕໍ່າເກີນຄວາມສາມາດທີ່ຈະສຳນຶກ, ຍ້ອນໄລຍະຜ່ານມາການກໍ່ສ້າງເສັ້ນທາງຢູ່ປະເທດເຮົາໄດ້ມີການຈັດປະເພດ ດັ່ງນີ້:
• ປະເພດທີ 1: ແມ່ນໂຄງການນອກແຜນ (ເອກະຊົນຂໍລົງທຶນກ່ອນ) ເຊິ່ງບໍ່ມີການສຳຫລວດຕາມມາດຕະຖານຕາມວິຊາການໃດໆ, ໝາຍວ່າ ຜູ້ກໍ່ສ້າງສຳຫລວດເອງ, ອອກແບບເອງ, ກຳນົດລາຄາຫົວໜ່ວຍເອົາເອງ.
• ປະເພດທີ 2: ແມ່ນມີຢູ່ໃນແຜນ ແຕ່ພຽງເປັນແຜນຢາກກໍ່ສ້າງ, ໝາຍວ່າມີຢູ່ໃນແຜນການໄລຍະຕ່າງໆຂອງແຂວງ, ໂດຍອ້າງວ່າຄະນະປະຈຳຕົກລົງ ແລະ ບາງໂຄງການອາດມີຢູ່ໃນກະຊວງ, ມີການສຳຫລວດອອກແບບໄວ້ແລ້ວ ແຕ່ບໍ່ທັນມີທຶນ, ບໍ່ທັນມີໃນແຜນງົບປະມານ ແລະ ຜູ້ຮັບເໝົາກໍ່ສ້າງຂໍລົງທຶນກ່ອນ ແລ້ວໃຫ້ຊຳລະຕາມຫລັງ, ເພາະຜູ້ຮັບເໝົາມີເງິນແລ້ວ, ແຕ່ເມື່ອໄດ້ຮັບອະນຸຍາດຕົກລົງແລ້ວ ຊ້ຳພັດເອົາໃບຕົກລົງໄປຢືມທະນາຄານ ມາສ້າງບໍ່ມີການປະມູນ, ສວຍໂອກາດຍົກລາຄາສູງຂຶ້ນເພື່ອໄວ້ ເພາະລັດຕິດໜີ້, ພ້ອມທັງຫລຸດປະລິມານ ແລະ ຄຸນນະພາບຕໍ່າລົງ ແລະ ໃນທີ່ສຸດທະນາຄານທີ່ໃຫ້ກູ້ ກໍຕົກຢູ່ໃນສະພາບກາຍເປັນໜີ້ເສຍ.
• ປະເພດທີ 3: ແມ່ນມີໃນແຜນ, ມີການອອກແບບ, ມີການກຳນົດຫົວໜ່ວຍລາຄາ, ມີງົບປະມານ, ແຕ່ບໍ່ພໍ ຈິງໄດ້ແບ່ງອອກເປັນຫລາຍປີ, ເມື່ອກໍ່ສ້າງໄປກໍວ່າບໍ່ມີເງິນພໍ, ມີການຂຶ້ນລາຄາຫົວໜ່ວຍ, ເຮັດວຽກເພີ່ມ, ຕັດມາດຕະຖານລົງ, ຖ້າລັດຕິດໜີ້ຊຳລະບໍ່ໄດ້ຕາມແຜນ ຜູ້ຮັບເໝົາກໍຈະຮຽກຮ້ອງ ຫລື ຂໍສິດພິເສດຕ່າງໆນາໆ. ສຸດທ້າຍມາ ກໍເປັນການສ້າງໜີ້ໃຫ້ລັດຖະບານຕື່ມອີກ ແລະ ບັນດາບັນຫາເຫລົ່ານີ້, ຈຶ່ງເປັນສາເຫດພາໃຫ້ໂຄງການກໍ່ສ້າງເສັ້ນທາງຢູ່ປະເທດເຮົາຕົກໃນສະພາບເຊັ່ນນີ້ ແລະ ຍັງໄຄແດ່ແຕ່ໂຄງການຊ່ວຍເຫລືອຂອງຕ່າງປະເທດ ເພາະເຂົ້າເຈົ້າຈະເປັນຜູ້ຄວບຄຸມຕາມມາດຕະຖານຂອງເຂົາ.
ດັ່ງນັ້ນ, ນັບແຕ່ເດືອນເມສາ 2016 ເປັນຕົ້ນມານີ້, ລັດຖະບານໄດ້ຢຸດຕິບັນດາໂຄງການທີ່ນອນໃນປະເພດ 1, 2 ທັງໝົດ ແລະ ກວດກາຄືນບັນດາໂຄງການປະເພດທີ 3. ສ່ວນການຊຳລະໜີ້ ກໍໄດ້ກວດຄືນ ແລະ ແຍກແລ້ວ, ເຊິ່ງປະເພດນອກແຜນ ນອກຫລັກການແມ່ນບໍ່ທັນນອນໃນບັນຊີຊຳລະໜີ້ເທື່ອ. ໃນກໍລະນີໂຄງການໃນແຜນ, ແຕ່ກວດເຫັນຄວາມຜິດປົກກະຕິຕ່າງໆແມ່ນຕ້ອງກວດຄືນ ແລະ ຈະຊຳລະສະສາງໄດ້ ກໍຕໍ່ເມື່ອເຫັນວ່າສຳເລັດແທ້, ຖືກຕ້ອງຕາມຫລັກການ, ມູນຄ່າການກໍ່ສ້າງມີຄວາມເໝາະສົມ, ຈຶ່ງຈັດເຂົ້າແຜນຊຳລະ ແລະ ໃຊ້ໜີ້ຕາມຂະບວນການທີ່ໂປ່ງໃສ.
Editor: ເສດຖະກິດ-ການຄ້າ