ລະດູຫນາວ ເປັນລະດູການທ່ອງທ່ຽວອີກລະດູການຫນຶ່ງທີ່ນັກທ່ອງທ່ຽວ ມັກເດີນທາງມາທ່ຽວລາວເຮົາ, ເພາະມີຫລາຍສິ່ງຫລາຍຢ່າງທີ່ຫນ້າສໍາຜັດ ໂດຍສະເພາະຢູ່ທາງບັນດາແຂວງພາກເຫນືອ ຂອງປະເທດລາວ ແມ່ນຈະມີຫລາຍໆຈຸດ ທີ່ຫນ້າທ່ອງທ່ຽວ, ໂດຍສະເພາະ ການຕື່ນຂື້ນມາແຕ່ເຊົ້າໆ ເພື່ອເບິ່ງທະເລຫມອກ ຕາມສາຍພູ. ນັບໄດ້ວ່າ ເປັນພາບທີ່ສວຍງາມ ແລະ ຫາເບິ່ງຫາຊົມ ໄດ້ໃນແຕ່ລະດູຫນາວເທົ່ານັ້ນ ເຊັ່ນ: ຢູ່ທີ່ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງອຸດົມໄຊ, ແຂວງຫລວງພະບາງ (ເຂດພູຄູນ ແລະ ສາຍພູແຫ່ງອື່ນໆ)
ສຳລັບພາບທີ່ເຫັນໃນຫນ້າຈໍໂທລະພາບ ໃນຄະນະນີ້ ແມ່ນຢູ່ທີ່ແຂວງອຸດົມໄຊ, ເຂດເມືອງຫລາ ເປັນພາບໃນຕອນເຊົ້າ ທະເລຫມອກສວຍງາມ (ຕາມສາຍພູ ອານົງຕົງເຊີ) ເຊີ່ງເປັນຊື່ເອີ້ນທີ່ມີເອກະລັກສະເພາະ, ເມື່ອເວົ້າເຖິງສາຍພູອະນົງຕົງເຊີ ແຫ່ງດັ່ງກ່າວນີ້, ແມ່ນເປັນສາຍພູທີ່ພົວພັນເຖິງປະຫວັດສາດ, ມີປະຫວັດ ທີ່ຕິດພັນກັບການຕໍ່ສູ້ປົກປັກຮັກສາປະເທດຊາດ ໃນເມື່ອກ່ອນ, ແຕ່ມາໃນປະຈຸບັນ ໄດ້ກາຍເປັນແລວທາງຂອງການທ່ອງທ່ຽວທາງດ້ານທຳມະຊາດ ແລະ ປະຫວັດສາດ. ທີ່ຫນ້າສົນໃຈ ຮຽນຮູ້ຂອງຄົນຮຸ້ນໃຫມ່, ໃນໄລຍະນັບແຕ່ ກາງເດືອນຕຸລາ ໄປຈົນເຖິງ ທ້າຍເດືອນກຸມພາ ຂອງທຸກໆປີ, ເທິງສາຍພູແຫ່ງນີ້ ແມ່ນມີຄວາມສວຍງາມຫລາຍ ເພາະຈະເຕັມໄປແຕ່ສາຍຫມອກ ຫລື ທະເລຫມອກ
ສາຍພູອານົງຕົງເຊີ ແມ່ນມີຄວາມອຸດົມສົມບູນໄປດ້ວຍທຳມະຊາດ ມີຄວາມສວຍງາມ, ຄວາມອຸດົມສົມບູນຂອງປ່າໄມ້ ແລະ ສັດປ່າ, ເປັນເຂດປ່າສະຫງວນ ແລະ ຍັງຈັດໃຫ້ເປັນແຫລ່ງທ່ອງທ່ຽວຕາມສາຍທາງແຫ່ງປະຫວັດສາດ. ແຕ່ຫາກນັກທ່ອງທ່ຽວມີຈຸດປະສົງຍາກຊົມຄວາມງາມຂອງທະເລຫມອກ ແມ່ນສາມາດເດີນທາງໄປໄດ້ ໃນລະດູຫນາວແບບນີ້, ເຊິ່ງສາມາດເອົາເຕັ້ນໄປກາງນອນເທິງຍອດພູໄດ້, ເພື່ອເບີ່ງຊົມທະເລຫມອກຕອນເຊົ້າໆ ຕ້ອນຮັບກັບແສງຕະເວັນ ຫລື ແສງອາລຸນວັນໃຫມ່ທ່າມກາງອາກາດທີ່ຫນາວເຢັນ
Editor: ກຳປານາດ ລັດຖະເຮົ້າ