ເຊົ້າວັນທີ 4 ພະຈິກ 2017 ນີ້, ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະຜູ້ແທນ ຄົນເຊື້ອຊາດລາວ ຢູ່ຕາງປະເທດ ຈາກ ສະຫາລັດອາເມລິກາ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ, ແລະ ໄດ້ແຂ່ງຂັນກອຟມິດຕະພາບ ຂື້ນ ເພື່ອຊິງຂັນທ່ານລັດຖະມົນຕີ ກະຊວງການຕ່າງປະເທດ. ການແຂ່ງຂັນດັ່ງກ່າວ ໄດ້ຈັດຂື້ນທີ່ສະຫນາມກອຟ ເລກວິວ, ນະຄອນຫລວງວຽງຈັນ,
ໃຫ້ກຽດເຂົ້າຮ່ວມເປີດພິທີ ໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມນີ້ຍັງມີບັນດາຮອງລັດຖະມົນຕີ, ບັນດາຄະນະນໍາຈາກກະຊວງ, ຫົວຫນ້າຫ້ອງການ, ບັນດາເອກອັກຄະລັດຖະທູດລາວ ປະຈໍາທີ່ຕ່າງປະເທດ, ທ່ານຫົວຫນ້າກົມ ຕ່າງໆ ພາຍໃນກະຊວງການຕ່າງປະເທດ, ແລະ ບັນດາຜູ້ແທນຄົນເຊື້ອຊາດລາວ ເຂົ້າຮ່ວມ 70 ທ່ານ,
ໃນໂອກາດດັ່ງກ່າວ ທ່ານ ສຸວັນນາ ຜຸຍຍະວົງ ຫົວຫນ້າກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ. ກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບພີ່ນ້ອງ ຄົນເຊື້ອຊາດລາວ ຈາກ ສະຫາລັດ ອາເມລິກາ ທີ່ເດີນທາງເຄື່ອນໄຫວ ຢ້ຽມຢາມ ສປປ ລາວ ແລະ ຮ່ວມແຂ່ງຂັນກອຟມິດຕະພາບ ຄັ້ງນີ້, ເຊີ່ງເປັນກິດຈະກໍາທີ່ມີຄວາມຫມາຍມິດຕະພາບ ລະຫວ່າງ ເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ ໂດຍສະເພາະຄົນເຊື້ອຊາດລາວ ທີ່ຢູ່ ສະຫາລັດອາເມລິກາ, ເຊີ່ງຍາມໃດ ເວລາໃດ ພັກ-ລັດ ຍັງເປັນຫ່ວງເປັນໄຍສະເຫມີ ເຖິງຈະໄປຢູ່ໃສ, ປະເທດໃດ ກໍບໍສາມາດຕັດແຍກອອກຈາກວົງຄະນະຍາດເຊື້ອຊາດລາວເຮົາໄດ້. ແລະ ພ້ອມກັນນີ້ ທ່ານ ຍັງໄດ້ກ່າວອວຍພອນ ໃຫ້ຄະນະດັ່ງກ່າວ ຈາກ ສະຫາລັດອາເມລິກາ ແລະ ບັນດາແຂກພາຍໃນງານ ຮ່ວມແຂ່ງຂັນທັງໝົດ, ຈົ່ງໄດ້ຮັບຜົນສໍາເລັດໃນຫນ້າທີ່ການງານ, ມີຄວາມເບີກບານມ່ວນຊື່ນ ແລະ ອວຍພອນ ໃຫ້ການແຂ່ງຂັນຄັ້ງນີ້ ໄດ້ບັນລຸຄາດຫມາຍທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ