ສຳລັບ ພີທີແຫ່ຜາສາດເຜີ້ງ ແມ່ນໄດ້ຈັດຂື້ນໃນໃນຕອນບ່າຍຂອງມື້ນີ້, ຂຶ້ນ 14 ຄໍ່າ ເດືອນ 12 ກົງກັບ ວັນພະຫັດ ທີ 2 ພະຈິກ 2017. ໂດຍມີຊັ້ນຄົນ ທຸກເພດ-ທຸກໄວ ໄດ້ພາກັນມາເຕົ້າໂຮມຜາສາດເຜີ້ງ ຈາກ 4 ຕົວເມືອງ ແລະ ຂະແໜງການຕ່າງໆ ຢູ່ໜ້າວັດໜອງບອນ ແລະ ເຄື່ອນຂະບວນແຫ່ຜາສາດເຜີ້ງເຂົ້າສູ່ກົມມະລຽນພະທາດຫຼວງ ໂດຍປະກອບດ້ວຍຂະບວນແຫ່ທັ່ງບັ້ງ, ດົນຕີພື້ນເມືອງ, ເມື່ອຮອດພະທາດຫຼວງ ແລ້ວແຮ່ອ້ອມ 3 ຮອບ ຖວາຍຜາສາດເຜີ້ງ ຟັງທຳມະເທສະໜາ 1 ກັນ ແລະ ຄົບງັນຕາມປະເພນີ.
ຜາສາດເຜີ້ງ ທີ່ມວນຊົນນຳມາແຫ່ນັ້ນ ແມ່ນເຮັດມາຈາກຕົ້ນກ້ວຍ, ໄມ້ ແລະ ສິ່ງອື່ນໆ ທີ່ເປັນສ່ວນປະກອບ ຫລາຍຂະຫນາດ ນັບທັງຂະຫນາດນ້ອຍ-ຂະຫນາດໃຫຍ່ ຕາມຄວາມເຫມາະສົມ, ໂດຍການຕົບແຕ່ງດ້ວຍດອກເຜີ້ງ ທີ່ຈົບງາມ ແລະ ເຄື່ອງໃຊ້ບາງສ່ວນ ເປັນຕົ້ນເຊັ່ນ: ເຄື່ອງອຸປະໂພກ, ປື້ມ, ບິກຂຽນ, ສໍ, ເຈ້ຍເງິນ, ເຈ້ຍຄຳ ເອ້ຍ້ອງຢ່າງສວຍງາມ ແລະ ມີລວດລາຍຈົບງາມ ພ້ອມກັນນັ້ນ, ກໍ່ຍັງມີໃບເງິນທີ່ຖືກຈັດລຽງໃຫ້ເປັນລະບຽບຈົບງາມໃນແບບຕ່າງໆ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມພາກພຽນພະຍາຍາມຂອງຜູ້ເຮັດ ທີ່ປະດັບປະດາດ້ວຍດອກເຜີ້ງ ແລະ ຕົບແຕ່ງດ້ວຍເງິນ ອັນບົ່ງບອກເຖິງຄວາມອຸດົມ ຮັ່ງມີຂອງປະຊາຊົນລາວເຮົາ.
ໂດຍລວມແລ້ວ ການແຫ່ຜາສາດເຜີ້ງ ແມ່ນເປັນການສຶບທອດ ເອກກະລັກວັດທະນະທຳ, ຮິດຄອງປະເພນີ ຂອງຊາດລາວເຮົາ ໃນການປົກປັກຮັກສາສຶບທອດໄວ້ໃຫ້ເຖິງຮຸ້ນລູກຮຸ້ນຫລານ, ໃນຂະບວນແຫ່ຜາສາດເຜີ້ງໃນບຸນນະມັດສະການພະທາດຫລວງວຽງຈັນ ພໍ່ແມ່ປະຊາຊົນ, ຫນຸ່ມສາວ-ນ້ອຍໃຫຍ່ ຕ່າງກໍ່ມີການນຸ່ງຖືທີ່ເປັນເອກະລັກວັດທະນະທຳອັນດີງາມຂອງຊາດລາວເຮົາ, ຜູ້ຍິງໂດຍລວມແລ້ວ ແມ່ນຈະນຸ່ງສີ້ນໄຫມ, ເກົ້າຜົມ ບ່ຽງແພ ມື້ຖືຂັນຫມາກເບັ່ງ ຫລື ຕົ້ນເຜີ້ງ ເບິ່ງແລ້ວມີຄວາມຈົບງາມເປັນເອກະລັກ ແລະ ມູນເຊື້ອອັນດີງາມຂອງແມ່ຍິງລາວເຮົາ, ສ່ວນຜູ້ຊາຍ ກໍ່ມີການນຸ່ງຊຸດສຸພາບ, ບາງທ່ານກໍ່ຍັງໃສ່ຊຸດພື້ນເມືອງຂອງລາວ ເບິ່ງແລ້ວມີຄວາມຈົບງາມຫລາຍ. ໃນຂະບວນແຫ່ຜາສາດເຜີ້ງ ປະກອບດ້ວຍຫລາຍຂະບວນທີ່ມາຈາກອົງການຈັດຕັ້ງພັກ-ລັດ, ຂັ້ນກະຊວງ, ຂັ້ນນະຄອນຫຼວງ, ກົມກອງຕ່າງໆ, ຂັ້ນເມືອງ ແລະ ຂັ້ນບ້ານ, ກຸ່ມບ້ານຕ່າງໆພາຍໃນແຕ່ລະເມືອງ. ບາງຂະບວນກໍ່ມີການເສບເຄື່ອງດົນຕີພື້ນເມືອງລາວ ເຊັ່ນ: ກອງ, ແຊ່ງ, ລະນາດ ແລະ ສຽງຂັບ-ສຽງລຳ ຟັງແລ້ວເປັນຕາຫນ້າສະອອນໃຈ, ນອກນັ້ນ, ບາງຂະບວນແຫ່ຜາສາດເຜີ້ງ ຍັງມີການແຕ່ງກາຍນຸ່ງຖືດ້ວຍຊຸດປະຈຳແຕ່ລະເຜົ່າ ເພື່ອເຮັດໃຫ້ຂະບວນແຫ່ຜາສາດເຜີ້ງຂອງຕົນມີຄວາມໂດດເດັ່ນ ແລະ ມີສີສັນຈົບງາມ.
ການແຫ່ຜາສາດເຜີ້ງແມ່ນຈະຕ້ອງແຫ່ອ້ອມເດີ່ນພະທາດຫລວງ ຫລື ກົມມະລຽນຂອງພະທາດຫລວງເປັນເວລາ 3 ຮອບ ແລ້ວຈິ່ງນຳໄປມອບຖວາຍ ຫລື ວາງໄວ້ອ້ອມຮອບກົມມະລຽນ ເພື່ອເປັນການບູຊາ ແລະ ອະທິຖານ ຕໍ່ພຣະທາດຫລວງວຽງຈັນ ຕາມຄວາມມເຊື່ອຖືອັນດີງາມຂອງຊາວລາວເຮົາ.
Editor: ດາວໄຊ ສີວິໄລ