ນັບແຕ່ມື້ເປີດຢ່າງເປັນທາງການ ໃນວັນທີ 28 ຕຸລາ 2017 ຜ່ານມາ ພ້ອມທັງເປີດໃຫ້ມວນຊົນ ໄດ້ເຂົ້າຢ້ຽມຊົມ ເຮືອນຊົງລາວບູຮານ ທີ່ມີຮູບແບບຍ້ອນຍຸກ ຢູ່ເດີນດ້ານຫລັງພະທາດຫລວງ, ເຊິ່ງປີນີ້ ຖືໄດ້ວ່າເປັນອີກໜຶ່ງທີ່ມີຄວາມສຳຄັນ ແລະ ຫຍິ່ງໃຫຍ່ ເພາະ ສປປ ລາວ ໄດ້ເປີດ ປີທ່ອງທ່ຽວລາວ 2018 ໄປພ້ອມໆ ກັບງານບຸນນະມັດສະການ ພະທາດຫລວງວຽງຈັນ, ເຮັດໃຫ້ງານບຸນພະທາດຫລວງປີນີ້ ແມ່ນເຕັມໄປດ້ວຍບັນຍາກາດ ແລະ ສີສັນທາງດ້ານວັດທະນະທໍາ ແລະ ຫນຶ່ງໃນນັ້ນ ຫມູ່ບ້ານເຮືອນຊົງລາວ ເປັນອີກຫນຶ່ງກິດຈະກໍາ ທີ່ສ້າງຄວາມເປັນວັດທະນະທໍາອັນດີງາມ ພ້ອມທັງເພີ່ມສີສັນ ດຶງດູດນັກທ່ອງທ່ຽວ ແລະ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາທ່ຽວງານ ຢ່າງຄຶກຄື້ນ ໃນແຕ່ລະມື້, ແຕ່ລະຄໍ່າຄືນ,
ພິເສດ ໃນບໍລິເວນຫມູ່ບ້ານເຮືອງຊົງລາວ ແຕ່ລະມື້ ແມ່ນມວນຊົນເຂົ້າມາຢ້ຽມຢາມ ທ່ຽວຊົມຄວາມງາມ ແບບຍ້ອນຍຸກ ສຳຜັດກັບວິຖີຊີວິດ ແລະ ວັດທະນະທໍາຂອງລາວ ການດຳລົງຊີວິດຂອງປະຊາຊົນ ເຊີ່ງສະຖານທີ່ນີ້ ເປັນພຽງຫນຶ່ງດຽວ ທີ່ສາມາດຮັບຊົມ ແລະ ສໍາຜັດ ໄດ້ແບບຄົບສູດ, ແລະ ປີນີ້ ຊີເອັນພີ ກໍ່ໄດ້ຈັດຢ່າງຍິ່ງໃຫຍ່ ກວ່າປີຜ່ານມາ, ໃນນັ້ນ ປະກອບມີ: ເຮືອນຊົງລາວທີ່ສ້າງດ້ວຍໄມ້ເນື້ອແຂງ ຈໍານວນ 8 ຫລັງ, ພ້ອມກິດຈະກຳຕ່າງໆ ທີ່ຫາເບີ່ງຫາຊົມໄດ້ຍາກ, ການສາທິດ ການຕໍ່າຫູກ, ຄວັດແກະສະຫລັກ, ປັ້ນຫລໍ່, ຕີເຄື່ອງປະດັບ ແລະ ອື່ນໆ. ນອກຈາກນີ້, ຈະມີການຂັບ-ລໍາ ແລະ ສະແດງສິລະປະ-ວັນນະຄະດີ ແຕ່ເໜືອ ລົງໄປຮອດໄຕ້ ສະຫລັບສັບປ່ຽນກັນ ໃນແຕ່ລະຄໍ່າຄືນ ເຊິ່ງໃນແຕ່ລະຄໍ່າຄືນ ການສະແດງແມ່ນໄດ້ມີການໝູນວຽນກັນ ພ້ອມນັ້ນ ພາຍໃນຍັງມີການບໍລິການລົດຖີບ 3 ລໍ້ໃນອະດິດ, ອາຫານພື້ນເມືອງ ໃນແຕ່ລະທ້ອງຖິ່ນໄວ້ຄອຍບໍລິການ, ການຖ່າຍຮູບ ແລະ ກິດຈະກຳອື່ນໆ, ທີ່ສະທ້ອນໃຫ້ເຫັນເຖິງ ວັດທະນະທຳລາວບັນດາເຜົ່າ.
ໃນໄລຍະຜ່ານມາ ການເຂົ້າຊົມຫມູ່ບ້ານເຮືອນຊົງລາວ ແມ່ນເກີດມີຫາສຽງ ກ່ຽວກັບ ການຊື້ປີເຂົ້າຊົມ ແລະ ບາງທ່ານກໍ່ອາດບໍ່ເຂົ້າໃຈ ຢ່າງລະອຽດ ດ້ວຍເຫດນີ້ ໃນວັນທີ 1 ພະຈິກ ຜ່ານມາ ທີມງານລາຍການ ໄດ້ມີໂອກາດ ສອບຖາມຕົວຈິ່ງ ເຊີ່ງ ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານ ບໍລິສັດ ຊີເອັນພີ (ຜູ້ລົງທຶນສ້າງຫມູ່ບ້ານເຮືອນຊົງລາວ) ຍັງໄດ້ກ່າວວ່າ: ສໍາລັບການເຂົ້າຊົມຫມູ່ບ້ານເຮືອນຊົງລາວ ແມ່ນບໍ່ໄດ້ເກັບຄ່າເຂົ້າຊົມໂດຍກົງ ພຽງແຕ່ສະຫນັບສະຫນູນ ຊື້ນໍ້າດື່ມ ຫລື ເຄື່ອງທີລະນຶກດ້ານຫນ້າງານ ກໍ່ສາມາດເຂົ້າຊົມໄດ້ ສິ່ງດັ່ງກ່າວ ເປັນການສົມທົບທຶນ ເພື່ອມອບໃຫ້ແກ່ນັກຮຽນ-ນັກສຶກສາ ທີ່ມາປະກອບສ່ວນ ໃສ່ຊົງລາວ: ພ້ອມກັນນັ້ນ ເປັນທຶນມອບແກ່ນັກສິລະປະ ທີ່ມາສະແດງໃນແຕ່ລະຄໍ່າຄືນ. ນອກຈາກນັ້ນ ການບໍລິການ ຍັງໄດ້ຍົກເປັນຫລາຍຢ່າງ ເຊັ່ນ, ເດັກນ້ອຍ, ຜູ້ສູງອາຍຸ ແລະ ບັນດາພະສົງສາມະເນນ ແມ່ນສາມາດເຂົ້າໄດ້ ໂດຍບໍ່ຈໍາເປັນ ອຸດຫນູນນໍ້າດື່ມ, ເມື່ອມາສັງລວມແລ້ວ ໃນແຕ່ລະຄໍ່າຄືນ ໄດ້ມີມວນຊົນ ແວວຽນເຂົ້າມາ ບໍ່ໄດ້ຂາດສາຍ ສະເລ່ຍ 2-3 ພັນຄົນ ສິ່ງດັ່ງກ່າວ ໄດ້ບົງບອກ ໃຫ້ເຫັນວ່າ ທຸກຄົນໃຫ້ຄວາມສໍາຄັນ ແລະ ເຕັມໃຈ ທີ່ຈະເຂົ້າມາ ເບີ່ງ-ມາຊົມ ເພາະສິ່ງທີ່ໄດ້ໄປ ແມ່ນກຸ່ມຄ່າທີ່ສຸດ ແລະ ຫາເບີ່ງຫາຊົມແບບນີ້ບໍ່ໄດ້ອີກແລ້ວ ປີຫນຶ່ງ ມີພຽງຫນຶ່ງຄັ້ງ.
Editor: ກຳປານາດ ລັດຖະເຮົ້າ