ບຸນນະມັດສະການພະທາດຫລວງວຽງຈັນ ແມ່ນເປັນປາງບຸນໃຫຍ່ ທີ່ມີຄວາມສຳຄັນ ແລະ ປວງຊົນລາວທັງຊາດໃຫ້ຄວາມສຳຄັນເປັນພິເສດ, ສໍາລັບປີນີ້ ແມ່ນໄດ້ເລີ່ມມາແຕ່ ວັນທີ 28 ຕຸລາ ຈົນເຖິງວັນທີ 3 ພະຈິກ ເຊິ່ງເປັນມື້ສຸດທ້າຍ, ສິ່ງສໍາຄັນໄປພ້ອມໆກັນໃນປີນີ້ ແມ່ນໄດ້ເປີດປີທ່ອງທ່ຽວລາວ 2018 ໂດຍນະຄອນຫລວງວຽງຈັນ ໄດ້ກໍານົດເອົາງານບຸນພະທາດຫລວງ ເປັນເທດສະການປີທ່ອງທ່ຽວລາວ ເພື່ອເປັນທີ່ດຶງດູດເອົາແຂກຕ່າງດ້າວ, ທ້າວຕ່າງແດນ ລວມທັງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວນະຄອນຫລວງຫລາຍຂື້ນ, ຄຽງຄູ່ກັນນັ້ນ ງານບຸນພະທາດຫລວງວຽງຈັນ ປີນີ້ ແມ່ນໄດ້ຈັດໃຫ້ມີຫລາຍກິດຈະກໍາ ທີ່ສໍາຄັນ ທາງດ້ານວັດທະນະທໍ່ - ຮິດຄອງປະເພນີ ເພື່ອເຜີຍແຜ່ ເອກະລັກວັດທະນະທໍາລາວ ສູ່ສາຍຕາ ຊາວໂລກ ໄດ້ຮູ້-ໄດ້ເຫັນ ວ່າ ລາວ ມີວັດທະນະທໍ່ອັນດີງາມ ເປັນມູນເຊື້ອ ເປັນເອກະລັກໂດດເດັ່ນ, ມີຄວາມອຸດົມສົມບູນ ທາງດ້ານວັດທະນະທໍາບັນດາເຜົ່າ ໄປພ້ອມໆກັບຄວາມອຸດົມສົມບູນທາງດ້ານທໍາມະຊາດ ທີ່ຫລາກຫລາຍ ແລະ ສວຍງາມ. ກາຍເປັນແມ່ແຮງອັນສໍາຄັນ ແລະ ປັດໃຈ ໃນການດຶງດູດເອົານັກທ່ອງທ່ຽວ ເດີນທາງມາຢ້ຽມຢາມ ສປປ ລາວ ນັບມື້-ນັບຫລາຍຂື້ນເລື້ອຍໆ.
ເຊົ້າຂອງມື້ຂື້ນ 15 ຄໍ່າ ເດືອນ 12 ເພັງລາວ ເຊີ່ງກົງກັບວັນທີ 3 ພະຈິກ 2017 ນີ້, ບໍລິເວນເດີນພະທາດຫລວງ ວຽງຈັນ ໄດ້ມີພິທີໃສບາດ ຕາມຮິດຄອງປະເພນີ ພາຍໃນງານ ໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ນອກນີ້ ຍັງມີ ທ່ານ ຮອງນາຍົກ, ທ່ານ ເຈົ້າຄອງນະຄອນ, ບັນດາອາດິດການນໍາຂັ້ນສູງ, ບັນດາລັດຖະມົນຕີ, ເຈົ້າເມືອງ, ພະແນກການ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ລວມທັງມວນຊົນຊາວພຸດ ເຂົ້າຮ່ວມ ຢ່າງພ້ອມພຽງ
ກ່າວເຖິງພະທາດຫລວງແມ່ນເປັນພະທາດທີ່ໃຫຍ່, ພ້ອມທັງມີຄວາມສວຍສົດງົດງາມ ດ້ວຍຄວາມປາເນດ ຈາກສະກຸນຊ່າງລາວລ້ານຊ້າງ ເຊິ່ງມີຊື່ເອີ້ນເຕັມໆວ່າ: ພະທາດ ເຈດີໂລກາ ຈຸລາມະນີ, ແຕ່ຄົນສ່ວນຫລາຍມັກເອີ້ນວ່າ ພະທາດຫລວງວຽງຈັນ, ພະທາດຫລວງ ແມ່ນມີຄຸນຄ່າທາງປະຫວັດສາດ, ສີລະປະວັດທະນະທໍາ, ທັງເປັນຕົວແທນໃຫ້ແກ່ສະຖາປັດຕະຍະກໍາສິນ ສະໄຫມລາວລ້ານຊ້າງ ທີ່ຈະເລີນຮຸ່ງເຮືອງ, ເຊີ່ງພະທາດຫລວງ ມີຄວາມສູງ 45 ແມັດ, ລວງກວ້າງເບື້ອງທິດເຫນືອ ຫາ ທິດໃຕ້ ແມ່ນ 69 ແມັດ, ລວງກວ້າງ ເບື້ອງຕາເວັນຕົກ ຫາ ຕາເວັນອອກ 49 ແມັດ, ອ້ອມຮອບແມ່ນມີພະທາດປາລະມີ 30 ຫນ່ວຍ ເປັນບໍລິວານ,
ສໍາລັບວັນທີ 3 ພະຈິກ ນີ້ ນອກຈາກຕອນເຊົ້າ ຈະໄດ້ມີພິທີໃສ່ບາດ ຕອນບ່າຍ ແມ່ນຈະໄດ້ມີການຕີຄີ ແລະ ຕອນຄໍ່າແມ່ນຈະໄດ້ມີພິທີວຽນທຽນ ອ້ອມພະທາດຫລວງ, ພ້ອມທັງມີການຈູດດອກໄຟພູ ແລະ ບັງໄປອື່ນໆ ເພື່ອເປັນການສະເຫລີມສະຫລອງ ແລະ ເປັນພຸດທະບູຊາ, ຕາມຮິດຄອງປະເພນີອັນດີງາມ.
Editor: ກຳປານາດ ລັດຖະເຮົ້າ