ງານບຸນນະມັດສະການພຣະທາດຫລວງວຽງຈັນ ເປັນບຸນປະເພນີໃຫຍ່ຂອງລາວເຮົາ ທີ່ສຶບທອດກັນມາໃນຫລາຍຮຸ້ນຄົນ, ບຸນນະມັດສະການພຣະທາດຫລວງ ຈັດຂື້ນໃນເດືອນ 12 ເພັງຂອງລາວເຮົາ ຫລື ກົງກັບເດືອນພະຈິກ ຂອງທຸກໆປີ. ແລະ ໃນປີນີ້ແມ່ນຕົກຢູ່ໃນລະຫວ່າງ ວັນທີ 28 ຕຸລາ - ວັນທີ 3 ພະຈິກ 2017
ສຳລັບພີທີແຫ່ຜາສາດເຜີ້ງແມ່ນໄດ້ຈັດຂື້ນໃນວັນທີ 2 ພະຈິກ 2017 ໃນຕອນບ່າຍ ເຊິ່ງກົງກັບມື້ຂື້ນ 14 ຄ່ຳເດືອນ 12 ເພັງລາວ ໃນນັ້ນປະກອບດ້ວຍຊັ້ນຄົນ ທຸກເພດ-ທຸກໄວ ຈາກສາລະທິດ, ໃນທົ່ວປະເທດ ໄດ້ພາກັນມາເຕົ້າໂຮມກັນ ນໍາເອົາຜາສາດເຜີ້ງຂອງຕົນ ເຂົ້າມາທີ່ເດີນພະທາດຫລວງ ເພື່ອຮ່ວມແຫ່ ຖະຫວາຍເປັນພຸດທະບູຊາ ແດ່ພະທາດຫລວງວຽງຈັນ
ເມື່ອເວົ້າເຖິງຜາສາດເຜີ້ງ ທີ່ມວນຊົນນຳມາແຫ່ນັ້ນ ແມ່ນເຮັດມາຈາກຕົ້ນກ້ວຍ, ປະກອບດ້ວຍໂຄງໄມ້ ແລະ ສິ່ງອື່ນໆ ທີ່ເປັນສ່ວນປະກອບ ຫລາຍຂະຫນາດ, ທັງຂະຫນາດໃຫ່ຍ-ກາງ ແລະ ຂະຫນາດນ້ອຍ ຕາມຄວາມເຫມາະສົມ, ແລະ ແຮງສັດທາ, ໂດຍຜາສາດເຜີ້ງແມ່ນໄດ້ມີການຕົບແຕ່ງດ້ວຍດອກເຜີ້ງແທ້ ສີເຫລືອງອ່ອນໆ ທີ່ຈົບງາມດ້ວຍດວງດອກຕ່າງໆຂອງດອກເຜີ້ງ, ເຈ້ຍເງິນ-ເຈ້ຍຄໍາ, ເຈ້ຍສີ ແລະ ພ້ອມກັນນັ້ນເຮືອນຜາສາດເຜີ້ງຍັງຖືກຕົບແຕ່ງດ້ວຍເຄື່ອງໃຊ້ສອຍບາງສ່ວນ ເປັນຕົ້ນເຊັ່ນ: ເຄື່ອງອຸປະໂພກ, ປື້ມ,ບິກຂຽນ, ສໍ, ເຈ້ຍເງິນ, ເຈ້ຍຄຳ ເອ້ຍ້ອງຢ່າງສວຍງາມ. ມີລວດລາຍຈົບງາມ ພ້ອມກັນນັ້ນ, ກໍ່ຍັງມີໃບເງິນທີ່ຖືກຈັດລຽງໃຫ້ເປັນລະບຽບຈົບງາມໃນແບບຕ່າງໆ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມພາກພຽນພະຍາຍາມຂອງຜູ້ເຮັດ ທີ່ປະດັບປະດາດ້ວຍດອກເຜີ້ງ ແລະ ຕົບແຕ່ດ້ວຍເງິນ ອັນບົ່ງບອກເຖິງຄວາມອຸດົມ ຮັ່ງມີຂອງປະຊາຊົນເຮົາ.
ໂດຍລວມແລ້ວ ການແຫ່ຜາສາດເຜີ້ງແມ່ນເປັນການສຶບທອດ ເອກກະລັກວັດທະນະທຳ, ຮິດຄອງປະເພນີ ຂອງຊາດລາວເຮົາທີ່ຕິດພັນກັບງານບຸນນະມັດສະການພະທາດຫລວງວຽງຈັນ ຂາດບໍ່ໄດ້, ເປັນການປົກປັກຮັກສາສຶບທອດໄວ້ໃຫ້ເຖິງຮຸ້ນລູກຮຸ້ນຫລານ, ແລະ ສິ່ງທີ່ສໍາຄັນ ປີ 2018 ເປັນປີທ່ອງທ່ຽວລາວ ປະເພນີວັດທະນະທໍາອັນດີງາມຂອງລາວ ຈະເປັນອີກສີ່ງຫນຶ່ງໃນການເອກະອ້າງ ເຜີຍອອກສູ່ສາຍຕາຊາວໂລກອີກຄັ້ງ ເປັນສິ່ງທີ່ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວລາວ ນັບມື້ນັບຫລາຍຂື້ນ, ໃນຂະບວນແຫ່ຜາສາດເຜີ້ງໃນບຸນນະມັດສະການພະທາດຫລວງວຽງຈັນ ພໍ່ແມ່ປະຊາຊົນ, ຫນຸ່ມສາວ-ນ້ອຍໃຫຍ່ ຂະບວນຕ່າງໆ ລ້ວນແຕ່ພາກັນນຸ່ງຖື ແລະ ແຕ່ງກາຍທີ່ເປັນເອກະລັກວັດທະນະທຳ ອັນດີງາມຂອງຊາດລາວເຮົາ, ຜູ້ຍິງໂດຍລວມແລ້ວ ແມ່ນຈະນຸ່ງສີ້ນໄຫມ, ເກົ້າຜົມ-ບ່ຽງແພ ມື້ຖືຂັນຫມາກເບັ່ງ ຫລື ຕົ້ນເຜີ້ງ ເບິ່ງແລ້ວມີຄວາມຈົບງາມເປັນເອກະລັກ ແລະ ມູນເຊື້ອອັນດີງາມຂອງແມ່ຍິງລາວເຮົາ ສ່ວນຜູ້ຊາຍ ກໍ່ມີການນຸ່ງຊຸດສຸພາບ, ບາງທ່ານກໍ່ຍັງໃສ່ຊຸດພື້ນເມືອງຂອງລາວ ເບິ່ງແລ້ວມີຄວາມຈົບງາມຫລາຍ. ໃນຂະບວນແຫ່ຜາສາດເຜີ້ງປະກອບດ້ວຍຫລາຍຂະບວນທີ່ມາຈາກອົງການຈັດຕັ້ງພັກ-ລັດ, ຂັ້ນກະຊວງ, ຂັ້ນນະຄອນ ຫຼວງ, ກົມກອງຕ່າງໆ, ຂັ້ນເມືອງ ແລະ ຂັ້ນບ້ານ, ກຸ່ມບ້ານຕ່າງໆພາຍໃນແຕ່ລະເມືອງ. ບາງຂະບວນກໍ່ມີການເສບເຄື່ອງດົນຕີພື້ນເມືອງລາວ ເຊັ່ນ: ກອງ, ແຊ່ງ, ລະນາດ ແລະ ສຽງຂັບ-ສຽງລຳ ຟັງແລ້ວເປັນຕາຫນ້າສະອອນໃຈ, ນອກນັ້ນ, ບາງຂະບວນແຫ່ຜາສາດເຜີ້ງ ຍັງມີການແຕ່ງກາຍນຸ່ງຖືດ້ວຍຊຸດປະຈຳແຕ່ລະເຜົ່າ ເພື່ອເຮັດໃຫ້ຂະບວນແຫ່ຜາສາດເຜີ້ງຂອງຕົນມີຄວາມໂດດເດັ່ນ ແລະ ມີສີສັນຈົບງາມ.
ການແຫ່ຜາສາດເຜີ້ງແມ່ນຈະຕ້ອງແຫ່ອ້ອມເດີ່ນພະທາດຫລວງ ຫລື ກົມມະລຽນຂອງພະທາດຫລວງເປັນເວລາ 3 ຮອບ ແລ້ວຈິ່ງນຳໄປມອບຖວາຍ ຫລື ວາງໄວ້ອ້ອມຮອບກົມມະລຽນ ເພື່ອເປັນການບູຊາ ແລະ ອະທິຖານ ຕໍ່ພຣະທາດຫລວງວຽງຈັນ ຕາມຄວາມມເຊື່ອຖືອັນດີງາມຂອງຊາວລາວເຮົາ
Editor: ກຳປານາດ ລັດຖະເຮົ້າ