ກອງປະຊຸມກະກຽມຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ວ່າດ້ວຍການອະນຸມັດຮື້ຖອນ, ຍຸບເລີກທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ທີ່ບໍ່ມີໃບອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2017 ຢູ່ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໂດຍການເປັນປະທານຂອງທ່ານ ວິໄລສອນ ແກ້ວລາສີ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ. ມີຮອງເຈົ້າເມືອງແຕ່ລະເມືອງ, ພະແນກການ, ຂະແໜງ ການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວິໄລສອນ ແກ້ວລາສີ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆຈໍາປາສັກ ວ່າດ້ວຍການອະນຸມັດຮື້ຖອນ, ຍຸບເລີກທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ທີ່ບໍ່ມີໃບອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງທົ່ວແຂວງຈໍາປາສັກ ມີຈໍານວນທັງໝົດ 176 ແຫ່ງ. ໃນນັ້ນ, ເມືອງໂຂງ 11 ແຫ່ງ, ເມືອງປະທຸມພອນ 52 ແຫ່ງ, ເມືອງມຸນລະປາໂມກ 26 ແຫ່ງ, ເມືອງປາກຊ່ອງ 4 ແຫ່ງ, ເມືອງຈໍາປາສັກ 18 ແຫ່ງ, ເມືອງປາກເຊ 13 ແຫ່ງ, ເມືອງຊະນະສົມບູນ 4 ແຫ່ງ, ເມືອງໂພນທອງ 5 ແຫ່ງ, ເມືອງສຸຂຸມາ 19 ແຫ່ງ,ເມືອງບາຈຽງຈະເລີນສຸກ 24 ແຫ່ງ. ພ້ອມນີ້ກໍ່ ໄດ້ຜ່ານແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າວ່າດ້ວຍການສັບຊ້ອນ-ແຕ່ງຕັ້ງເຈົ້າໜ້າທີ່ກວດກາໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ.
Editor: ເສດຖະກິດ-ການຄ້າ