ປີທ່ອງທ່ຽວລາວ 2018 ພາຍຫລັງເປີດສາກຂື້ນຢ່າງຍິ່ງໃຫຍ່ໃນວັນທີ 28 ຕຸລາ 2017 ທີ່ເດີນພະທາດຫລວງ ຊຶ່ງເປີດຂື້ນພ້ອມໆກັນກັບງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2017, ຂະນະທີທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຫົວໜ້າອະນຸກໍາມະການກອງເລຂາ ແລະ ເນື້ອໃນ ປີທ່ອງທ່ຽວລາວ 2018 ໄດ້ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ການທ່ອງທ່ຽວເປັນຂະແໜງໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດຂອງຊາດ, ເຊິ່ງປະເທດລາວເຮົາຍັງມີຄວາມອຸດົມສົມບູນທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດຫຼາກຫຼາຍສີສັນ ທີ່ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ເຊື່ອວ່າປີທ່ອງທ່ຽວລາວ 2018 ຈະຊ່ວຍກະຕຸ້ນເສດຖະກິດ ໃນທຸກພາກສ່ວນ ໂດຍສະເພາະ ການພັດທະນາການທ່ອງທ່ຽວໃນບັນດາແຂວງ ຕາມດ້ວຍການສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ກະຈາຍລາຍໄດ້ສູ່ທ້ອງຖິ່ນ, ປະກອບສ່ວນໃນການຊ່ວຍຫຼຸດພົ້ນຈາກຄວາມທຸກຍາກ.
ລັດຖະບານເຮົາ ໄດ້ເປີດປີທ່ອງທ່ຽວລາວມາ 2 ຄັ້ງແລ້ວ; ທໍາອິດແມ່ນປີ 1999-2000, ຄັ້ງທີ 2 ແມ່ນປີ 2011-2012 ມາຮອດປີ 2018 ແມ່ນເປັນຄັ້ງທີ 3. ຕະຫຼອດໄລຍະປີທ່ອງທ່ຽວລາວ ຄັ້ງທີ 3 ນີ້ ທ່ານ ຮອງລັດ ຖະມົນຕີ ຍັງຝາກເຖິງປະຊາຊົນລາວ ທຸກທົ່ວໜ້າວ່າ: ການທ່ອງທ່ຽວແມ່ນຂອງປະຊາຊົນ ເຊິ່ງລັດຖະບານລາວເຮົາໄດ້ກໍານົດເອົາການທ່ອງທ່ຽວ ທາງວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ເປັນຫຼັກ.
ສະນັ້ນທຸກຄົນ ຕ້ອງມີສ່ວນຮ່ວມໃນການ ເປັນເຈົ້າພາບທີ່ດີ ແລະ ປະກອບສ່ວນທາງດ້ານວັດຖຸປັດໄຈອື່ນໆເຂົ້າໃນການໂຄສະນາສົ່ງເສີມປີທ່ອງທ່ຽວລາວ ຈະແມ່ນການຮັກສາຄວາມສະອາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດຮອດການບໍລິການຕ້ອນຮັບດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໃຫ້ສົມກັບຄໍາຍ້ອງຍໍຂອງຕ່າງປະເທດທີ່ວ່າ: ລາວ ເປັນປະເທດທີ່ສວຍງາມ.
Editor: ຕະວັນ ແສງສະຫວັນ