ພິທີເປີດປີທ່ອງທ່ຽວລາວ 2018 ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ເດີ່ນພະທາດຫລວງວຽງຈັນ, ໃນວັນທີ 28 ຕຸລາ 2017 ນີ້, ຜ່ານມາ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດກ່າວປາໄສເປີດງານ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ, ມີການນຳຂັ້ນສູງພັກ-ລັດ, ແຂກຖືກເຊີນຈາກບັນດາ ປະເທດອ້ອມຂ້າງ ແລະ ພາຍໃນ, ພ້ອມດ້ວຍມວນຊົນເຂົ້າຮ່ວມ ຢ່າງຫລວງຫລາຍ. ລັດຖະບານໄດ້ວາງຄາດໝາຍ ສູ້ຊົນດຶງດູດນັກທ່ອງທ່ຽວ ໄດ້ບໍ່ໃຫ້ຫລຸດ 5 ລ້ານເທື່ອຄົນ, ຄາດຄະເນລາຍຮັບໃຫ້ໄດ້ ປະມານ 900 ລ້ານໂດລາສະຫະລັດ.
ໃນພິທີເປີດປີທ່ອງທ່ຽວລາວ 2018 ແລະ ບຸນນະມັດສະການ ພະທາດຫລວງວຽງຈັນ, ເພີ່ມສີສັນດ້ວຍການສະແດງ ສິລະປະວັນນະຄະດີ ຈາກກອງສິລະປະສູນກາງ ຢ່າງຄຶກຄື້ນມ່ວນຊື່ນ ພາຍຫລັງສິ້ນສຸດ ລາຍການສະແດງສິລະປະ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານ, ຜູ້ປະຈຳການ ຄະນະຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ໄດ້ໃຫ້ກຽດຂຶ້ນຜ່ານບົດລາຍງານ ການກະກຽມປີທ່ອງທ່ຽວລາວ 2018, ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ການເປີດປີທ່ອງທ່ຽວລາວ 2018 ເປັນກິດຈະກໍາໜຶ່ງ ເພື່ອສົ່ງເສີມການທ່ອງທ່ຽວ, ອະນຸລັກວັດທະນະທຳ ທີ່ເປັນເອກະລັກ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ທັງເປັນການສ້າງຄວາມຄຶກຄື້ນ ເພື່ອກະຕຸ້ນເສດຖະກິດ ທາງກົງ ແລະ ທາງອ້ອມ, ໂດຍສະເພາະແມ່ນ ບັນດາຫົວໜ່ວຍທຸລະກິດ ທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ, ສ້າງຈິດສຳນຶກ ແລະ ຍົກສູງຄວາມຮັບຮູ້ຂອງສັງຄົມ ກໍຄືປະຊາຊົນລາວ ກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງວຽກງານການທ່ອງທ່ຽວ, ຍາດແຍ່ງໂອກາດ ແລະ ທ່າອ່ຽງຂອງການທ່ອງທ່ຽວຂອງໂລກ, ຂອງພາກພື້ນ, ອະນຸພາກພື້ນ ເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ຢ່າງແຂງແຮງ ແລະ ອື່ນໆ.
ທ່ານ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ຕື່ມວ່າ: ໃນຊຸມປີຜ່ານມາ ການທ່ອງທ່ຽວລາວ ໄດ້ມີການຂະຫຍາຍຕົວເປັນກ້າວໆມາ ເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ນັບຫລາຍຂຶ້ນ. ໃນປີ 2000 ມີນັກທ່ອງທ່ຽວ ເຂົ້າມາລາວ 737.208 ຄົນ, ມີລາຍຮັບ 113.898.285 ໂດລາສະຫະລັດ, ໃນປີ 2015 ຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາລາວ ເພີ່ມຂຶ້ນເປັນ 4.684.429 ຄົນ, ສາມາດເກັບລາຍຮັບໄດ້ 725.365.681 ໂດລາສະຫະລັດ ແລະ ຄາດຄະເນ ໃນປີ 2020 ຈະມີນັກທ່ອງທ່ຽວເຖິງ 6.206.423 ຄົນ ແລະ ຈະມີລາຍຮັບ 993.427.000 ໂດລາສະຫະລັດ. ສະເພາະປີທ່ອງທ່ຽວລາວ 2018 ນີ້ ຈະສູ້ຊົນດຶງດູດນັກທ່ອງທ່ຽວ ເຂົ້າມາບໍ່ໃຫ້ຫລຸດ 5 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ ປະມານ 900 ລ້ານໂດລາສະຫະລັດ. ຢ່າງໃດກໍ່ຕາມ ສປປ ລາວ ໄດ້ຈັດປີທ່ອງທ່ຽວລາວ ຜ່ານມາແລ້ວ 2 ຄັ້ງ ຄື: ປີ 1999-2000 ແລະ ປີ 2011-2012 ເພື່ອເປັນການສົ່ງເສີມໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ຫລາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີລຸລິດ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດຂຶ້ນກ່າວ ຄຳປາໄສເປີດປີທ່ອງທ່ຽວລາວ 2018 ແລະ ບຸນນະມັດສະການ ພະທາດຫລວງວຽງຈັນ ຢ່າງເປັນທາງການ, ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ. ໂອກາດກ່າວຄຳປາໄສ ເປີດປີທ່ອງທ່ຽວລາວ 2018, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢ້ຳເຖິງຄວາມສຳຄັນ ຂອງວຽກງານທ່ອງທ່ຽວ ເຊິ່ງລັດຖະບານໄດ້ເອົາໃຈໃສ່ພັດທະນາ ແລະ ຊຸກຍູ້ສົ່ງເສີມ ຢ່າງເປັນຮູບປະທຳ ສຳເລັດຜົນຕະຫລອດມາ. ທ່ານນາຍົກລັດຖະມົນຕີ ກ່າວບາງຕອນວ່າ: ການເປີດປີທ່ອງທ່ຽວລາວ ເປັນການເປີດກ້ວາງ ການພັດທະນາຮອບດ້ານ ແລະ ການເຊື່ອມໂຍງ ຂອງທຸກຂະແໜງການ ໃນທົ່ວປະເທດ ເພື່ອຍົກສູງກຳລັງແຮງສັງລວມຂອງຊາດ, ຮ່ວມມືກັບພາກພື້ນ ແລະ ສາກົນ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳອັນດີງາມ ຂອງຊາດລາວ ພ້ອມທັງເຊີນຊວນ ໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມການຜະລິດ, ການສະໜອງ ແລະ ການບໍລິການດ້ານຕ່າງໆ ດ້ວຍຮອຍຍີ້ມ, ດ້ວຍສຽງຫົວ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ ປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ມີຄວາມສຸກ, ປອດໄພ ແລະ ອື່ນໆ.
ໃນໂອກາດນີ້, ການນຳພັກ-ລັດ ແລະ ແຂກຖືກເຊີນ ຍັງໄດ້ເລາະຊົມ ຮ້ານວາງສະແດງການທ່ອງທ່ຽວ ແລະ ສິນຄ້າຫັດຖະກຳ ທີ່ໄດ້ນຳມາຈັດຢ່າງຫລາກຫລາຍ ເຊິ່ງງານວາງສະແດງສິນຄ້າໃນຄັ້ງນີ້, ມີຮ້ານວາງສະແດງ ທັງພາຍໃນ ແລະ ຕ່າງປະເທດ ຫລາຍກວ່າ 460 ຮ້ານ ໄດ້ນໍາເອົາສິນຄ້າຫລາກຫລາຍປະເພດ ມາວາງສະແດງ ເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຮົ່ມ, ສິນຄ້າກະສິກຳ, ຫັດຖະກຳ, ເຄື່ອງໃຊ້ອີເລັກໂທນິກ, ເຄື່ອງໄຟຟ້າ, ເຄື່ອງກົນຈັກ ແລະ ອື່ນໆ.
Editor: ຂ່າວສານປະເທດລາວ